ໃນວັນທີ 11 ພຶດສະພາ, ຢູ່ໜູ່ບ້ານໝັ້ນເລ້ຍ ເມືອງລ້າ ແຂວງຢຸນນານ ເຂດຊາຍແດນລາວ-ຈີນ ໄດ້ຈັດກິດຈະກຳຕະຫຼາດນັດ “ສ່ຽວສາກົນ” ຂອງປະຊາຊົນຊາຍແດນລາວ-ຈີນ, ເມື່ອປະຊາຊົນທີ່ຢູ່ຕາມເຂດຊາຍແດນຂອງສອງປະເທດລາວ-ຈີນ ໄດ້ມາ “ພົບໜ້າ” ກັນໃນງານນີ້, ທົ່ວທັງງານເຕັມໄປດ້ວຍບັນຍາກາດທີ່ຄືກຄື້ນມ່ວນຊື່ນ.
ພາຍໃນຕະຫຼາດນັດ, ອັ່ງອໍໄປດ້ວຍຜູ້ຄົນ ແລະ ບັນຍາກາດທີ່ຄຶກຄື້ນສະໜຸກສະໜານ, ບັນດາພໍ່ຄ້າຊາວຂາຍທີ່ມາຈາກທົ່ວສາລະທິດ ບໍ່ວ່າຈະເປັນ ຊົນເຜົ່າລື້, ເຜົ່າອາຄາ, ເຜົ່າຢ້າວ ແລະ ຊາວເມືອງສິງ ແຂວງຫຼວງນໍ້າທາທີ່ມາຈາກປະເທດລາວ, ຕ່າງກໍນຳເອົາອາຫານ ແລະ ສິນຄ້າຜະລິດຕະພັນຕ່າງໆນາໆທີ່ກະກຽມດ້ວຍຄວາມປະນີດມາແຕ່ບ້ານ ອອກມາວາງຂາຍຢູ່ໜ້າບູດຂອງຕົນ ເຊັ່ນ: ເຂົ້າລຽງຟືນຂອງລາວ, ເຄື່ອງໃຊ້ຂອງສອຍ, ເຝີຖົ່ວເນົ່າເມືອງໝັ້ນ, ປີ້ງສະໄຕລື້, ໄຄແຜ່ນ, ເຂົ້າໜຽວ ແລະ ອື່ນໆ... ອາຫານແຊບຊ້ອຍປະເພດຕ່າງໆ ໄດ້ວາງຂາຍເຕັມທົ່ວທັງຕະຫຼາດນັດ.
ນອກຈາກຈະມີການວາງຂາຍອາຫານພື້ນເມືອງແລ້ວ, ການແລກປ່ຽນວັດທະນະທໍາ ແລະ ອາຫານການກິນ ຂອງຊາວໜຸ່ມລາວ-ຈີນ ກໍຟົດຟື້ນເຊັ່ນກັນ, ບັນດານັກຮຽນທີ່ມາຈາກມັດທະຍົມອາຊີວະຊັ້ນສູງ ເມືອງລ້າ ໄດ້ແປງຮ່າງເປີດບູດຂາຍກາເຟລາວ ແລະ ຢໍ່ຈືນ ພາຍໃນງານ. ລວມທັງເຄື່ອງຫັດຖະກຳທີ່ມີລວດລາຍສວຍງາມ ແລະ ຂອງຫວານເຂົ້າໜົມກິນຫຼິ້ນ.....ບັນດານັກຮຽນມັດທະຍົມ ແລະ ປະຖົມຂອງເມືອງລ້າ, ກໍພາກັນຈັບຈ່າຍຊື້ຂາຍອາຫານຕ່າງໆໃນງານດ້ວຍຄວາມມ່ວນຊື່ນ.
ຄົນທີ່ມາຕັ້ງບູດຂາຍມີຈໍານວນຫຼວງຫຼາຍ, ມີຄິວຍາວຢຽດກັນຕໍ່ໜ້າບູດກ່ຽວກັບສູນກວດສຸຂະພາບການຢາແພດແຜນເຜົ່າລື້ ແລະ ແພດແຜນຈີນ, ພ້ອມທັງບູດສຳຜັດການຮັກສາສຸຂະພາບ ການຢາແພດແຜນເຜົ່າລື້ ແລະ ແພດແຜນຈີນ, ລວມທັງວິທີການແພດພື້ນເມືອງທີ່ມີເອກະລັກພິເສດ ເຊັ່ນ: ການປັກເຂັມ, ນວດ ແລະ ຄອບແກ້ວ..... ເຊິ່ງບໍ່ພຽງແຕ່ເຮັດໃຫ້ປະຊາຊົນໄດ້ພົບກັບບັນດາຜູ້ຊ່ຽວຊານຢ່າງໃກ້ຊິດ ແລະ ໄດ້ຮັບບໍລິການທີ່ມີຄຸນນະພາບເທົ່ານັ້ນ, ແຕ່ຍັງເຮັດໃຫ້ບັນດາ “ສ່ຽວສະຫາຍ” ຂອງລາວ ໄດ້ສໍາຜັດເຖິງຄວາມອັດສະຈັນຂອງການແພດພື້ນເມືອງຈີນນໍາອີກ.
ພາຍຫຼັງກິນດື່ມອີ່ມໜໍາສໍາລານແລ້ວ, ຜູ້ຮ້ອງລໍາທໍາເພງຂອງພີ່ນ້ອງເຜົ່າລື້ ແລະ “ສ່ຽວສະຫາຍ”ລາວ ກໍພ້ອມກັນເລີ່ມຮ້ອງລຳທຳເພງນຳກັນຢ່າງຈຸໃຈ, ເພື່ອສະແດງບົດຟ້ອນສິລະປະທີ່ຍອດຢ້ຽມໃຫ້ແກ່ແຂກຄົນທີ່ເຂົ້າມາໃນງານ. ບໍ່ວ່າຈະເປັນການສະແດງບົດຟ້ອນນົກຍູງ, ບົດຟ້ອນພື້ນເມືອງເຜົ່າມົ້ງ ແລະ ລຳວົງລາວ ເຮັດໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວໃນງານໄດ້ເຫັນການສະແດງສິລະປະທີ່ອ່ອນຊ້ອຍງົດງາມທີ່ສຸດ.
ໃນເດືອນມັງກອນ ປີນີ້, ຄະນະລັດຖະບານຈີນເລີ່ມອະນຸມັດເປີດນໍາໃຊ້ ດ່ານປະເພນີຂອງເມືອງໝັ້ນ ຄືນອີກຄັ້ງ, ໝູ່ບ້ານໝັ້ນເລ້ຍ ອາໄສທ່າແຮງທາງດ້ານພູມສາດ, ເພື່ອຟື້ນຟູເສດຖະກິດຂອງດ່ານ. ນັບແຕ່ປີນີ້ເປັນຕົ້ນມາ ໄດ້ມີການເປີດຕະຫຼາດນັດ “ສ່ຽວສະຫາຍ” ຂອງປະຊາຊົນຊາຍແດນລາວ-ຈີນ ມາໄດ້ 6 ຄັ້ງແລ້ວ ເພື່ອສ້າງພື້ນຖານອັນດີງາມໃຫ້ແກ່ການທ່ອງທ່ຽວຂ້າມຊາຍແດນ ແລະ ຕະຫຼາດການຄ້າຂາຍຂອງປະຊາຊົນເຂດຊາຍແດນ.
ນັກຂ່າວ: Wang Qingpeng, Ouyang Shaochen