ໃນວັນທີ 8 ພຶດສະພາ 2024,ສະຖາບັນຄົ້ນຄວ້າພະຍາດແມ່ກາຝາກຂອງສູນປ້ອງກັນແລະຄວບຄຸມພະຍາດແຫ່ງຊາດຈີນ (Chinese Center for Disease Control and Prevention), ສະຖາບັນວິທະຍາສາດສຸຂະພາບທົ່ວໂລກທີ່ຂຶ້ນກັບສະຖາບັນແພດສາດຂອງມະຫາວິທະຍາໄລຈ່ຽວທົ່ງຊຽງໄຮ້ (School of Global Health, Chinese Center for Tropical Diseases Research, Shanghai Jiao Tong University School of Medicine) ໄດ້ຮ່ວມກັບສະຖາບັນສາທາລະນະສຸກສາດ ແລະການແພດເຂດຮ້ອນ ສປປ ລາວ ສ້າງຕັ້ງ“ຫ້ອງທົດລອງຮ່ວມ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ເພື່ອປ້ອງກັນພະຍາດເຂດຮ້ອນ”ແລະ“ສູນຮ່ວມມືສາກົນລະດັບຊາດສໍາລັບການຄົ້ນຄວ້າພະຍາດເຂດຮ້ອນ”ຢູ່ທີ່ ສປປ ລາວ. ທ່ານຈ້າວເວີນຢູ (Zhao Wenyu) ທີ່ປຶກສາ ຫ້ອງການເສດຖະ ກິດ-ການຄ້າ ສະຖານທູດ ສປ ຈີນປະຈໍາ ສປປ ລາວ, ທ່ານໂຈ່ວສຽວນົງ (Zhou Xiaonong), ຊ່ຽວຊານຂັ້ນສູງສຸດຂອງສູນຄວບຄຸມແລະປ້ອງກັນພະຍາດແຫ່ງຊາດຈີນ, ແລະທ່ານ ປອ ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະການແພດເຂດຮ້ອນ ສປປ ລາວ ຕ່າງກໍໄດ້ເຂົ້າຮ່ວມພິທີເປີດປ້າຍຮ່ວມກັນໃນຄັ້ງນີ້.