ກອງປະຊຸມສຳມະນາກ່ຽວກັບການພັດທະນາຂະແໜງການຜະລິດໝາກໄມ້ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ເຂດນານຊ່າ ນະຄອນກວາງໂຈ່ວ

lmcchina.org, May 20, 2024
Size:

ໝາກກ້ວຍຈາກກຳປູເຈຍ, ໝາກຖົ່ວລຽນ ແລະ ໝາກມັງຄຸດ ຈາກໄທແລະຫວຽດນາມ...  ໝາກໄມ້ເຂດຮ້ອນທີ່ທັງແຊບນົວທັງມີຫຼາຍລົດຊາດ ໄດ້ເຕົ້າໂຮມກັນຢູ່ເຂດນານຊ່າ ນະຄອນກວາງໂຈ່ວ ສປ ຈີນ. ວັນທີ 10 ພຶດສະພານີ້, ກອງປະຊຸມສຳມະນາກ່ຽວກັບການພັດທະນາຂະແໜງການຜະລິດໝາກໄມ້ຂອງປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ (LM) ເພື່ອແນໃສ່ຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານກະສິກໍາ ລະຫວ່າງບັນດາປະເທດ LM ໄດ້ຈັດຂຶ້ນຢູ່ທີ່ເຂດນານຊ່າ ນະຄອນກວາງໂຈ່ວ ສປ ຈີນ.

ໃນໄລຍະກອງປະຊຸມ, ສູນຮ່ວມມືດ້ານກະສິກຳ LM ໄດ້ປະກາດບົດລາຍງານການພັດ ທະນາການຮ່ວມມືດ້ານກະສິກຳ LM (2022-2023) ເຊິ່ງແມ່ນປີທີ 4 ທີ່ສູນຮ່ວມມືດ້ານກະສິກໍາ LM ໄດ້ຈັດພິມບົດລາຍງານການພັດທະນາປະຈໍາປີກ່ຽວກັບການຮ່ວມມືດ້ານກະສິກໍາ LM. ບົດລາຍງານສະບັບນີ້ ໄດ້ສຸມໃສ່ຂະແໜງການຜະລິດໝາກສາລີ ແລະ ມັນຕົ້ນ, ພ້ອມທັງໄດ້ວິເຄາະລະອຽດກ່ຽວກັບການປູກ, ການລົງທຶນ ແລະ ການຄ້າພືດສອງປະເພດດັ່ງກ່າວໃນພາກພື້ນ LM. ພ້ອມນັ້ນ, ເຂດນານຊ່າ ນະຄອນກວາງໂຈ່ວ ຍັງໄດ້ຈັດກິດຈະກຳຕ່າງໆ ເຊັ່ນ: ການເຊືື່ອມໂຍງສໍາລັບນັກທຸລະກິດ ຫຼື ພໍ່ຄ້າເອເລັກໂຕຣນິກຂ້າມຊາຍແດນ ລະຫວ່າງເຂດອ່າວໃຫຍ່ກວາງຕົງ-ຮົງກົງ-ມາກາວຈີນ ກັບ ປະເທດ LM; ງານລວມສູນໝາກໄມ້ LM-ກອງປະຊຸມສົ່ງເສີມການນໍາເຂົ້າແລະສົ່ງອອກຜະລິດຕະພັນສໍາລັບອາຫານທີ່ແຕ່ງໄວ້ລ່ວງໜ້າ ເພື່ອເປັນຂົວຕໍ່ໃຫ້ແກ່ການເພິ່ມທະວີການແລກປ່ຽນດ້ານໝາກໄມ້ ແລະ ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ LM.