ຫວ່າງມໍ່ໆມານີ້, ຄຽງຄູ່ກັນກັບລົດບັນທຸກລຳສຸດທ້າຍທີ່ຂົນສົ່ງອ້ອຍຂອງລາວເຂົ້າປະເທດຈາກດ່ານເມືອງມານແຂວງຢຸນນານ, ສະຖານີກວດກາຊາຍແດນບໍ່ຫານໄດ້ສຳເລັດໜ້າທີ່ການຂົນສົ່ງອ້ອຍພິເສດຂ້າມແດນໃນລະດູເກັບກ່ຽວນໍ້າອ້ອຍ 2023-2024 ລາວ-ຈີນຢ່າງມີຜົນສຳເລັດ.
ບໍລິການຂົນສົ່ງອ້ອຍພິເສດຂ້າມແດນໃນລະດູອັດນໍ້າອ້ອຍ 2023-2024 ລາວ-ຈີນ ເລີ່ມແຕ່ວັນທີ 30 ຕຸລາ 2023 ຫາວັນທີ 28 ເມສາ 2024. ຕາມສະຖິຕິຂອງດ່ານກວດກາຊາຍແດນບໍ່ຫານ, ດ່ານເມືອງມານ, ຊ່ອງທາງມານຈ່ວງ ແລະ ຊ່ອງທາງຊິນມິນ ໄດ້ກວດກາ ແລະ ປ່ອຍລົດຂົນສົ່ງອ້ອຍຫຼາຍກວ່າ 70.000 ຄັນຢ່າງມີປະສິດທິຜົນ, ຮັບປະກັນການເຂົ້າຊາຍແດນຂອງອ້ອຍໄດ້ຫຼາຍກວ່າ 1,33 ລ້ານໂຕນຢ່າງມີປະສິດທິຜົນ, ເຊິ່ງໄດ້ສ້າງລາຍຮັບໃຫ້ແກ່ວິສາຫະກິດເສດຖະກິດຫຼາຍກວ່າ 840 ລ້ານຢວນ.