ໃນລະຫວ່າງວັນທີ 16 ຫາວັນທີ 30 ເມສາ, ຊຸດຝຶກອົບຮົມສາກົນ “ການນໍາໄວໜຸ່ມດ້ານນະວັດຕະກໍາໃໝ່ ແລະ ການສ້າງທຸລະກິດລິເລີ່ມ ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ (LM) ເດີນທາງສູ່ປະເທດຈີນ” ໄດ້ອັດລົງຢູ່ທີ່ນະຄອນຫຼວງປັກກິ່ງ, ເຊິ່ງຮ່ວມຈັດໂດຍສະມາຄົມແລກປ່ຽນສາກົນປັກກິ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງປະເທດໄທແລະຫວຽດນາມ. ຊຸດຝຶກອົບຮົມສາກົນຄັ້ງນີ້ ໄດ້ສຸມໃສ່ 3 ຫົວຂໍ້ຫຼັກ ຄື ການຝຶກສອນການເປັນຜູ້ປະກອບການທຸລະກິດລິເລີ່ມແບບໜຶ່ງຕໍ່ໜຶ່ງ 1V1, ການປະຕິບັດຕົວຈິງດ້ານນະວັດຕະກໍາໃໝ່ແລະດີຈີຕອນ, ສະພາບແວດລ້ອມຂອງນະວັດຕະກໍາໃໝ່ແລະການສ້າງທຸລະກິດລິເລີ່ມ, ເຊິ່ງມີຕົວແທນຜູ້ປະກອບການທຸລະກິດລິເລີ່ມໄວໜຸ່ມ ແລະ ພະນັກງານຈາກພາກສ່ວນທີ່ຮັບຜິດຊອບການຄຸ້ມຄອງດ້ານວິທະຍາສາດ-ເຕັກໂນໂລຊີ ປະເທດ LM ຈໍານວນ 31 ທ່ານ ຈາກປະເທດໄທ, ກໍາປູເຈຍ, ຫວຽດນາມ, ມຽນມາ ແລະ ລາວ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມດັ່ງກ່າວ ທີ່ນະຄອນຫຼວງປັກກິ່ງ ເປັນເວລາສອງອາທິດ.
ນັກສໍາມະນາກອນຜູ້ໜຶ່ງທີ່ມາຈາກປະເທດລາວໄດ້ກ່າວວ່າ ບໍລິສັດເຕັກໂນໂລຊີ ທີ່ທ່ານນາງໄດ້ສ້າງຕັ້ງຂຶ້ນນັ້ນ ໄດ້ໃຫ້ການບໍລິການດ້ານການໃຫ້ຄໍາປຶກສາ, ສະໜອງເຄື່ອງມືອຸປະກອນ ແລະ ບຸກຄະລາກອນດ້ານເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ສໍາລັບການຫັນເປັນດີຈີຕອນ, ເພື່ອຕອບສະໜອງຄວາມຕ້ອງການຂອງການເຕີບໂຕທີ່ວ່ອງໄວ ແລະ ກໍາລັງການຜະລິດຂອງວິສາຫະກິດ.
ທ່ານນາງໄດ້ກ່າວວ່າ: “ຊັບສິນທາງປັນຍາ ແມ່ນພື້ນຖານການພັດທະນາຂອງທຸລະກິດລິເລີ່ມ, ການໄດ້ມາຮ່ຳຮຽນຢູ່ປັກກິ່ງໃນເທື່ອນີ້ ຂ້າພະເຈົ້າໄດ້ມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃໝ່ ຕໍ່ວຽກງານການປົກປ້ອງຊັບສິນທາງປັນຍາຂອງປະເທດຈີນ. ຕະຫຼາດຂອງປະເທດຈີນໃຫຍ່ຫຼາຍ ແລະ ໂຄງລ່າງພື້ນຖານດ້ານດີຈີຕອນກໍມີຄວາມກ້າວໜ້າຫຼາຍ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບໍລິສັດຂອງຂ້າພະເຈົ້າ ຈະສາມາດຂະຫຍາຍການຮ່ວມມືກັບປະເທດຈີນ. ການໄດ້ຮ່ວມສຶກສາ ແລະ ແລກປ່ຽນກັບບັນດາຊາວໜຸ່ມທີ່ດີເດັ່ນຈາກບັນດາປະເທດ LM ໃນຄັ້ງນີ້ ເຮັດໃຫ້ຂ້າພະເຈົ້າໄດ້ຮັບປະສົບການຢ່າງຫຼວງຫຼາຍ, ສິ່ງສໍາຄັນທີ່ສຸດແມ່ນພວກເຮົາໄດ້ຜູກມິດຕະພາບອັນເລິກເຊິ່ງນໍາກັນ.
ຕາມຂໍ້ມູນໃຫ້ຮູ້ວ່າ, ຊຸດຝຶກອົບຮົມຄັ້ງນີ້ແມ່ນໂຄງການຝຶກອົບຮົມດ້ານເຕັກໂນໂລຊີໃຫ້ແກ່ ປະເທດກຳລັງພັດທະນາ ປະຈໍາປີ 2024 ທີ່ຈັດຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ເສີມຄວາມມີຊີວິດຊີວາອັນໃໝ່ໃຫ້ແກ່ພາລະກິດນະວັດຕະກໍາໃໝ່ ແລະ ການສ້າງທຸລະກິດລິເລີ່ມຂອງໄວໜຸ່ມຈາກບັນດາປະເທດ LM, ເຮັດໃຫ້ມິດຕະພາບ ແລະ ການຮ່ວມມືຂອງບັນດາປະເທດ LM ຍິ່ງເລິກເຊິ່ງຂຶ້ນ ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງປະຊາຄົມຮ່ວມຊະຕາກໍາ ປະເທດ LM ໃຫ້ສະໜິດແໜ້ນຍິ່ງຂຶ້ນ.