ເລີ່ມງານປະກວດການອອກແບບດ້ານສິລະປະສາກົນ ພາຍໃຕ້ຂອບການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ

Yunnan Gateway, May 14, 2024
Size:


ງານປະກວດການອອກແບບດ້ານສິລະປະສາກົນ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2024 ພາຍໃຕ້ຫົວຂໍ້ “ກຳລັງຂັບເຄື່ອນໃໝ່ສີຂຽວ ແລະ ອະນາຄົດໃໝ່ຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ເລີ່ມຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນຫວ່າງມໍ່ໆມານີ້ ໂດຍໄດ້ເຊີນຊວນນາຍຊ່າງອອກແບບຕ່າງໆ ອອກແບບຜົນງານສິລະປະກ່ຽວກັບເນື້ອໃນຕ່າງໆ ເຊັ່ນ: ການຮ່ວມມືກ່ຽວກັບຄວາມໝັ້ນຄົງ ດ້ານພະລັງງານລະຫວ່າງບັນດາປະເທດ ຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມກັນສ້າງໂຄງການພື້ນຖານໂຄງລ່າງດ້ານພະລັງງານ ແລະ ອື່ນໆ.

ຝ່າຍເຈົ້າພາບຈະຮັບເອົາຜົນງານການອອກແບບຈົນເຖິງເດືອນພະຈິກປີນີ້, ຈະກວມທັງຜົນງານການອອກແບບໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ລະຫວ່າງບັນດາປະເທດຕາມລ້ອງແມ່ນ້ຳາລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມກັນສ້າງໂຄງການພື້ນຖານໂຄງລ່າງດ້ານພະລັງງານ, ພະລັງງານໝູນວຽນ, ການສ້າງຕາຂ່າຍໄຟຟ້າທີ່ທັນສະໄໝ, ອຸດສາຫະກຳຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ ແລະ ການສະສົມພະລັງງານ, ລົດໃຊ້ພະລັງງານໄຟຟ້າ ແລະ ເຄື່ອງອາໄຫຼ່, ການລົງທຶນດ້ານການພັດທະນາສີຂຽວ ແລະ ອື່ນໆ. ຜົນການການອອກແບບຈະສາມາດສົ່ງເຂົ້າອີເມວ: lmcda2024@163.com.

ແຫຼ່ງຂ່າວ: ເວັບໄຊປະຊາຊົນ, ເວັບໄຊຂ່າວສານຈີນ