ຊຸດສໍາມະນານັກຂ່າວລາວໄດ້ດຳເນີນ ຢູ່ແຂວງຢຸນນານ ແລະ ນະຄອນຊຽງໄຮ້ ສປ ຈີນແຕ່ວັນທີ 21-27 ເມສາຜ່ານມານີ້ ໂດຍເນັ້ນໃສ່ຫົວຂໍ້ “ຄວາມທັນສະໄໝແບບຈີນ - ການສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດ ແລະ ການສ້າງສາພັດທະນາຕົວເມືອງປະຊາຊົນ”.
ໃນໄລຍະຢູ່ນະຄອນຊຽງໄຮ້, ນັກຂ່າວລາວ ໄດ້ແລກປ່ຽນກັບສື່ມວນຊົນຊຽງໄຮ້, ຢ້ຽມຢາມຫໍວາງສະແດງການຮ່ວມມືດ້ານເສດຖະກິດການຄ້າລາວ ແລະ ແຫ່ງອື່ນໆ. ໃນໄລຍະຢູ່ແຂວງຢຸນນານ, ໄດ້ໄປທັດສະນະສຶກສາຢູ່ນະຄອນຄຸນໝິງ ແລະ ກິ່ງແຂວງປົກຄອງຕົນເອງເຜົ່າຮານີ - ເຜົ່າຢີ ຫົງເຫີ ພ້ອມທັງໄດ້ແລກປ່ຽນຄວາມເຫັນກັບຜູ້ຊ່ຽວຊານ ແລະ ເຈົ້າໜ້າທີ່ ທີ່ມາຈາກສະຖາບັນວິທະຍາສາດສັງຄົມແຂວງຢຸນນານ, ມະຫາວິທະຍາໄລກະສິກຳຢຸນນານ ແລະ ກຸ່ມໜັງສືພິມລາຍວັນຢຸນນານ. ໃນຂະນະດຽວກັນ, ນັກຂ່າວທັງຫຼາຍ ຍັງໄດ້ຂີ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟ ລາວ-ຈີນ ແລະ ໄປຢ້ຽມຊົມຫ້ອງສະໝຸດໃນຕູ້ລົດໄຟ.
ບົດໂດຍ: Liu Ziyu