ມູນຄ່າການຄ້າລະຫວ່າງຈີນ-ອາຊຽນໃນ 4 ເດືອນຕົ້ນປີນີ້ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

CRI, May 11, 2024
Size:


ອີງຕາມຂໍ້ມູນຫຼ້າສຸດຂອງອົງການພາສີຈີນແຈ້ງໃຫ້ຮູ້ໃນວັນທີ 9 ພຶດສະພານີ້ວ່າ: ເດືອນເມສາຜ່ານມາ, ຍອດມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າຂອງຈີນໄດ້ບັນລຸເຖິງ 3.600 ຕື້ຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ໃນນີ້, ການສົ່ງອອກໄດ້ເພີ່ມຂຶ້ນ 5,1%, ການນຳເຂົ້າໄດ້ເພີ່ມຂຶ້ນ 12,2%.


ໃນ 4 ເດືອນຕົ້ນປີ 2024, ຍອດມູນຄ່ານຳເຂົ້າແລະສົ່ງອອກຂອງຈີນໄດ້ບັນລຸເຖິງ 13.810 ຕື້ຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.

ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໃນ 4 ເດືອນຕົ້ນປີ 2024 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 2.180 ຕື້ຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ. ສະຫະພາບເອີຣົບເປັນຄູ່ການຄ້າໃຫຍ່ອັນດັບສອງຂອງຈີນ, ໃນ 4 ເດືອນຕົ້ນປີ 2024 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບສະຫະພາບເອີຣົບໄດ້ບັນລຸເຖິງ 1.750 ຕື້ຢວນ, ຫຼຸດລົງ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ. ສ່ວນອາເມຣິກາເປັນຄູ່ການຄ້າໃຫຍ່ອັນດັບສາມຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາໄດ້ບັນລຸເຖິງ 1.470 ຕື້ຢວນ, ເພີ່ມຂຶ້ນ 1,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ.