“ລົດໄຟທ່ອງທ່ຽວພາຍໃນປະເທດ+ລົດໄຟໂດຍສານສາກົນ” ສ້າງໂອກາດດ້ານການທ່ອງທ່ຽວລະຫວ່າງຈີນກັບລາວຫຼາຍຂຶ້ນ

CRI, May 10, 2024
Size:

ວັນທີ 8 ພຶດສະພານີ້, ລົດໄຟທ່ອງທ່ຽວກຸ້ຍຢາງ-ສິບສອງພັ່ນນາຖ້ຽວ Y477 ທີ່ຊື່ວ່າ “ຂະບວນໝີແພນດາ” ໄດ້ອອກເດີນທາງຢ່າງເປັນທາງການ. ຂະບວນລົດໄຟທ່ອງທ່ຽວດັ່ງກ່າວແມ່ນນຳໃຊ້ວິທີການອອກເດີນທາງດ້ວຍຫຼາຍຮູບແບບເພື່ອປະສານສົມທົບກັນຄື “ລົດໄຟທ່ອງທ່ຽວ+ລົດໄຟຈີນ-ລາວ+ລົດທ່ອງທ່ຽວ”, ນັກທ່ອງທ່ຽວຈີນ 200 ກວ່າຄົນໄດ້ຂີ່ລົດໄຟທ່ອງທ່ຽວ “ຂະບວນໝີແພນດາ” ອອກເດີນທາງຈາກນະຄອນກຸ້ຍຢາງ ເທດສະບານແຂວງກຸ້ຍໂຈ່ວ ໄປຮອດສິບສອງພັ່ນນາ, ແລ້ວຂຶ້ນຕໍ່ລົດໄຟຈີນ-ລາວໄປຫານະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ຕົວເມືອງອື່ນໆຂອງລາວ, ແລ້ວຂີ່ລົດທ່ອງທ່ຽວໄປຫຼິ້ນແຫຼ່ງທ່ອງທ່ຽວຕ່າງໆຢູ່ລາວ ເຊັ່ນ: ຕາດກວາງຊີ, ພູສີ, ວັດຊຽງທອງ, ປະຕູໄຊ, ພະທາດຫຼວງ ເປັນຕົ້ນ ເພື່ອສຳຜັດກັບທິວທັດທຳມະຊາດ ແລະ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງລາວ. ນີ້ແມ່ນລົດໄຟທ່ອງທ່ຽວຂ້າມຊາດຈີນ-ລາວຕາມທາງລົດໄຟຈີນ-ລາວຂະບວນທຳອິດທີ່ແລ່ນອອກຈາກພາກຕາເວັນຕົກສຽງໃຕ້ຂອງຈີນ, ຈະສ້າງເປັນຂົວຕໍ່ດ້ານການທ່ອງທ່ຽວລະຫວ່າງແຂວງກຸ້ຍໂຈ່ວຂອງຈີນກັບປະເທດລາວ ກໍຄືພາກພື້ນອາຊີຕາເວັນອອກສຽງໃຕ້.

ນັບແຕ່ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປີດນຳໃຊ້ເປັນເວລາໜຶ່ງປີກວ່າມານີ້, ອັດຕາບ່ອນນັ່ງຂອງຕູ້ລົດໄຟໂດຍສານຍັງຮັກສາຢູ່ໃນລະດັບເກືອບເຕັມຕູ້ທຸກຖ້ຽວ, ເຮັດໃຫ້ການທ່ອງທ່ຽວສິບສອງພັ່ນນນາ, ຫຼວງພະບາງ ແລະ ຕົວເມືອງອື່ນໆໄດ້ກາຍເປັນກະແສນິຍົມ ພ້ອມທັງໄດ້ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບລາວ. ນະຄອນຫຼວງປັກກິ່ງ, ນະຄອນຮາບິນ, ນະຄອນເສີນຢາງ ແລະ ຕົວເມືອງອື່ນໆຂອງຈີນໄດ້ນຳໃຊ້ຮູບແບບໃໝ່ “ລົດໄຟທ່ອງທ່ຽວພາຍໃນປະເທດ+ລົດໄຟໂດຍສານສາກົນ”, ພາກັນຈັດຕັ້ງກຸ່ມນັກທ່ອງທ່ຽວໄປທ່ຽວປະເທດລາວ ເຊິ່ງໄດ້ເປີດກວ້າງຂອບເຂດບໍລິການຂອງລົດໄຟໂດຍສານສາກົນດັ່ງກ່າວ. ພາກສ່ວນທາງລົດໄຟ ແລະ ພາກສ່ວນການທ່ອງທ່ຽວຂອງຈີນ ແລະ ລາວໄດ້ເພີ່ມທະວີການຮ່ວມມືກັນ ເພື່ອສ້າງເສັ້ນທາງການທ່ອງທ່ຽວທີ່ມີຄຸນນະພາບສູງ. ອີງຕາມສະຖິຕິສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດປີ 2024, ນັກທ່ອງທ່ຽວຈີນທີ່ໄປທ່ຽວປະເທດລາວໄດ້ບັນລຸຫຼາຍກວ່າ 2 ແສນ 4 ໝື່ນເທື່ອຄົນ, ຢູ່ອັນດັບ 3 ຂອງນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດລາວ. ກ່ອນໜ້ານີ້, ລັດຖະບານລາວໄດ້ວາງແຜນການຕ້ອນຮັບນັກທ່ອງທ່ຽວຈີນເປັນໄລຍະ 3 ປີ ໂດຍວາງແຜນຈະບຳລຸງສ້າງຜູ້ນຳທ່ຽວທີ່ເວົ້າພາສາຈີນໄດ້, ເພີ່ມຖ້ຽວບິນລະຫວ່າງຕົວເມືອງໃຫຍ່ຕ່າງໆຂອງຈີນກັບປະເທດລາວ, ອະນຸຍາດໃຫ້ຮັບເງິນຢວນຈີນຢູ່ຕົວເມືອງລຽບຕາມທາງລົດໄຟຈີນ-ລາວ, ເປີດບໍລິການທີ່ຊຳລະເງິນດ້ວຍໂທລະສັບມືຖື ແລະມາດຕະການອື່ນໆ ເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນທີ່ໄປທ່ຽວປະເທດລາວ.