ແຂວງກຸ້ຍໂຈ່ວຈີນເປີດໃຫ້ບໍລິການລົດໄຟທ່ອງທ່ຽວຂ້າມແດນສູ່ປະເທດລາວຂະບວນທຳອິດ

CRI, May 9, 2024
Size:


ວັນທີ 8 ພຶດສະພານີ້, ລົດໄຟທ່ອງທ່ຽວກຸ້ຍຢາງ-ວຽງຈັນຊື່ວ່າ “ຂະບວນກຸ້ຍໂຈ່ວຫຼາກຫຼາຍສີສັນ” (“ຂະບວນໂຕ່ສາຍກຸ້ຍໂຈ່ວ”) ໄດ້ແລ່ນອອກຈາກສະຖານີລົດໄຟກຸ້ຍຢາງແຂວງກຸ້ຍໂຈ່ວຂອງຈີນ ເພື່ອເລີ່ມເດີນທາງເປັນເວລາ8ວັນ ເຊິ່ງເປັນລົດໄຟທ່ອງທ່ຽວຂ້າມແດນສູ່ປະເທດລາວຂະບວນທຳອິດທີ່ແຂວງກຸ້ຍໂຈ່ວເປີດໃຫ້ບໍລິການ.

ຂະບວນລົດໄຟທ່ອງທ່ຽວດັ່ງກ່າວໄດ້ໃຫ້ບໍລິການໃນຮູບແບບ “ຂະບວນລົດໄຟທ່ອງທ່ຽວ+ຂະບວນລົດໄຟEMU+ລົດເມ”,   ໂດຍ “ຂະບວນໝີແພດາ” ເຊິ່ງເປັນໜຶ່ງໃນຂະບວນລົດໄຟທ່ອງທ່ຽວໄດ້ອອກເດີນທາງຈາກນະຄອນກຸ້ຍຢາງແຂວງກຸ້ຍໂຈ່ວ ໄປສູ່ກິ່ງແຂວງສິບສອງພັ່ນນາແຂວງຢູນນານ ແລ້ວຕໍ່ລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວເດີນທາງໄປແຫ່ງຕ່າງໆຂອງລາວເຊັ່ນ ນະຄອນຫຼວງວຽງຈັນ, ເມືອງວັງວຽງ, ນະຄອນຫຼວງພະບາງແລະອື່ນໆ. ສ່ວນຢູ່ແຫຼ່ງທ່ອງທ່ຽວຕ່າງໆແມ່ນໃຫ້ບໍລິການດ້ວຍລົດເມຮັບສົ່ງນັກທ່ອງທ່ຽວທີ່ລົງຈາກລົດໄຟ ເພື່ອໃຫ້ສຳຜັດກັບທິວທັດທຳມະຊາດທີ່ສວຍງາມແລະຮີດຄອງປະເພນີຂອງລາວ.