ນັກຂ່າວຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນສະເຫຼີມສະຫຼອງບຸນປີໃໝ່ສົງການ

lmcchina.org, May 8, 2024
Size:

ວັນທີ 14 ເມສາ, ຜູ້ແທນນັກຂ່າວ-ສື່ມວນຊົນຈຳນວນ 20 ກວ່າທ່ານ ຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ໄດ້ເລີ່ມດຳເນີນກິດຈະກຳການສຳພາດປາງບຸນປີໃໝ່ສົງການ (ບຸນປີໃໝ່ຂອງປະເທດກໍາປູເຈຍ) ຢູ່ນະຄອນຊຽມລຽບ ປະເທດກໍາປູເຈຍ.

ກິດຈະກຳຄັ້ງນີ້ໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນຈາກກອງທຶນສະເພາະກິດສໍາລັບການຮ່ວມມື LM ແລະ ຈະດຳເນີນໄປຮອດວັນທີ 17 ເມສາ. ໃນເວລາດໍາເນີນກິດຈະກໍາຢູ່ນັ້ນ, ຜູ້ແທນນັກຂ່າວ-ສື່ມວນຊົນໄດ້ທ່ຽວຊົມຮ່ອງຮອຍບູຮານຄະດີດ້ານວັດທະນະທຳຕ່າງໆ ເຊັ່ນ ອັງກໍວັດ ເປັນຕົ້ນ, ໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ສົງການ ແລະ ໄດ້ສຳຜັດກັບປະຫວັດສາດ ວັດທະນະທຳ ແລະ ບັນຍາກາດການສະຫຼອງບຸນຂອງປະເທດກຳປູເຈຍ.

ທ່ານ HAS SAM ATH ຮອງເລຂານຸການລັດຖະກິດ ກະຊວງຖະແຫຼງຂ່າວ ປະເທດກຳປູເຈຍ ໄດ້ກ່າວວ່າ ການຈັດກິດຈະກຳຄັ້ງນີ້ມີຈຸດປະສົງແນໃສ່ເພີ່ມທະວີຄວາມຮັບຮູ້ຂອງນັກຂ່າວ-ສື່ມວນຊົນຈາກປະເທດ LM ກ່ຽວກັບຮີດຄອງປະເພນີ ແລະ ວັດທະນະທຳຂອງປະເທດກຳປູເຈຍ; ພ້ອມດຽວກັນນີ້, ແນໃສ່ສົ່ງເສີມໃຫ້ນັກຂ່າວນຳໃຊ້ຮູບແບບຕ່າງໆຂອງການລາຍງານຂ່າວ ເພື່ອຊ່ວຍເຫຼືອໃຫ້ຜູ້ອ່ານຂ່າວຂອງປະເທດຕົນສາມາດຮຽນຮູ້ກ່ຽວກັບອະລິຍະທຳອັນສະຫງ່າງາມຢູ່ລ້ອງແມ່ນ້ຳ LM ທີ່ມີປະຫວັດສາດຍາວນານ ແລະ ມີຄວາມງາມຂອງໃຜມັນ ໃຫ້ເລິກເຊິ່ງກວ່າເກົ່າ. ທ່ານ ຫຼູສີຈື້ ຫົວໜ້າຫ້ອງການກົງສຸນຢູ່ນະຄອນຊຽມລຽບຂອງສະຖານທູດ ສປ ຈີນປະຈຳປະເທດກຳປູເຈຍ ໄດ້ກ່າວວ່າ ປີນີ້ພໍດີເປັນ “ປີແລກປ່ຽນທາງດ້ານວັດທະນະທຳມະນຸດ ຈີນ-ກຳປູເຈຍ”, ທັງເປັນ “ປີແລກປ່ຽນທາງດ້ານວັດທະນະທຳມະນຸດ ລະຫວ່າງຈີນ-ອາຊຽນ”, ຫວັງວ່າການລາຍງານຂ່າວຂອງນັກຂ່າວ-ສື່ມວນຊົນຈະປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນດ້ານວັດທະນະທຳມະນຸດ ແລະ ເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນຂອງ 6 ປະເທດ LM.