ກິດຈະກໍາສັບປະດາຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈໍາປີ 2024 ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງຢ່າງສໍາເລັດຜົນ

lmcchina.org, May 8, 2024
Size:

ໃນວັນທີ 26 ເມສາ ທີ່ຜ່ານມາ, ກິດຈະກໍາສັບປະດາຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈໍາປີ 2024 ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງຢ່າງສໍາເລັດຜົນ ພາຍໃຕ້ຫົວຂໍ້ “ ຜັນຂະຫຍາຍມະຕິກອງປະຊຸມຜູ້ນໍາຂັ້ນສູງ ລົງເລິກການຮ່ວມມືດ້ານຊັບພະຍາກອນນໍ້າ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໂດຍມີການເຂົ້າຮ່ວມແລະ ກ່າວຄໍາເຫັນ ຂອງທ່ານ ຈິນ ໄຫ ຫົວໜ້າກົມຮ່ວມມືສາກົນ ແລະ ເຕັກໂນໂລຊີ ກະຊວງ ຊັບພະຍາກອນນ້ຳ  ສປ ຈີນ, ທ່ານ ຫຼີ ຊິນ ທີ່ປຶກສາກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ. ທ່ານ ປອ. ພູວາ ຊາມູນຕີ ອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ສປ ຈີນ ແລະ ຜູ້ຕາງໜ້າທູຕານຸທູດ ຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈໍາຈີນ ໄດ້ເຂົ້າຮ່ວມກິດຈະກຳ  ແລະ ປະກອບຄໍາເຫັນ.

ທ່ານ ຫຼີ ຊິນ ກ່າວວ່າ, 6 ປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແມ່ນປະຊາຄົມຮ່ວມຊະຕາກໍາ ທີ່ຮ່ວມທຸກຮ່ວມສຸກ ແລະ ເພິ່ງພາອາໄສເຊິ່ງ ກັນແລະ ກັນ. ປະເທດຈີນແບ່ງປັນຂໍ້ມູນອຸທົກກະສາດຕະຫຼອດປີຂອງແມ່ນໍ້າລ້ານຊ້າງ ໃຫ້ແກ່ບັນດາປະເທດລຸ່ມ ແມ່ນໍ້າຂອງ, ເສີມຂະຫຍາຍບົດບາດຂອງພື້ນຖານໂຄງລ່າງດ້ານຊົນລະປະທານຢູ່ຍ່ານເໜືອ ໃນການຮັກສາບໍລິມາດນໍ້າໃຫ້ມີຄວາມດຸ່ນດ່ຽງ ເພື່ອຮ່ວມກັນກັບບັນດາປະເທດຮັບມືກັບໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ, ແລະ ດໍາເນີນໂຄງການຕ່າງໆ ເຊັ່ນ:  “ແຜນການພັດທະນາ ຊົນລະປະທານ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນທີ່ອາໄສລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” “ແຜນການດຳເນີນງານກ່ຽວກັບນໍ້າກິນທີ່ສະອາດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” “ໂຄງການກວດກາຄຸນນະພາບເຂື່ອນນໍ້າ” ເປັນຕົ້ນ ເພື່ອເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.

ທ່ານ ຈິນ ໄຫ ກ່າວວ່າ, ຝ່າຍຈີນຍິນດີຮ່ວມກັບບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພີ່ມທະວີການ ແລກປ່ຽນທິດສະດີ ແລະ ບົດຮຽນກ່ຽວກັບການຄຸ້ມຄອງນໍ້າ, ລົງເລິກການແລກປ່ຽນເຕັກນິກ, ການຮ່ວມມືດ້ານໂຄງການ ແລະ ການບໍາລຸງສ້າງບຸກຄະລາກອນ, ຕັ້ງໜ້າສະແຫວງຫາການຮ່ວມມືດ້ານການຄຸ້ມຄອງ ແລະ ບໍລິຫານຢູ່ທົ່ວລຸ່ມແມ່ນໍ້າ, ຊຸກຍູ້ພາລະກິດການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢ່າງສະເໝີຕົ້ນສະເໝີປາຍ, ຮ່ວມກັນສ້າງ ເຂດ ສາທິດ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ເຂດທົດລອງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ເຂດທົດລອງຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ເຂດຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍອາລິຍະທໍາທົ່ວໂລກກ່ອນໝູ່ ໃຫ້ແກ່ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສືບຕໍ່ປະກອບສ່ວນກໍາລັງດ້ານຊັບພະຍາກອນນ້ຳ ຫຼາຍກວ່າເກົ່າເຂົ້າໃນການເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດ.

ບັນດາທູຕານຸທູດຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈຳຈີນໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສູງ ແກ່ຄວາມຄືບໜ້າອັນຕັັ້ງໜ້າຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງດ້ານຊັບພະຍາກອນນໍ້າ ທັງມີຄວາມເຫັນເປັນເອກະພາບກັນວ່າ, ຍິນດີຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານການຄຸ້ມຄອງທົ່ວລຸ່ມແມ່ນໍ້າຢ່າງຕັ້ງໜ້າ, ແບ່ງປັນກາລະໂອກາດແຫ່ງການພັດທະນານຳກັນ, ຮ່ວມກັນຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊະຕາກໍາລະຫວ່າງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ມຸ່ງໜ້າສູ່ ສັນຕິພາບ ແລະ ວັດທະນາຖາວອນ.