ໃນຊຸມປີທີ່ຜ່ານມາ, ສວນພືດເປັນຢາ ກວາງຊີ ສປ ຈີນ ໄດ້ລົງນາມ ບົດບັນທຶກ ວ່າດ້ວຍ ການຮ່ວມມືໃນການປົກປັກຮັກສາຊັບພະຍາກອນພືດເປັນຢາ ແລະ ການພັດທະນາແບບຍືນຍົງ ກັບ ສະຖາບັນການແພດແລະການຢາພື້ນເມືອງລາວ, ໂດຍໄດ້ສົ່ງທີມງານໄປລາວເປັນສອງຄັ້ງ ເພື່ອດຳເນີນການສຳຫຼວດຊັບພະຍາກອນພືດເປັນຢາ, ທັງໄດ້ຮ່ວມມືກັບຊ່ຽວຊານລາວໃນການຮຽບຮຽງ ປຶ້ມປະທານຸກົມພືດເປັນຢາຂອງລາວ (ເຫຼັ້ມທີ 1) ໄດ້ຊ່ວຍເຫຼືອປະເທດລາວດ້ານທຶນຮອນໃນການສ້າງສວນຊັບພະຍາກອນແນວພັນຂອງພືດເປັນຢາ ແລະ ສວນບົ່ມເພາະຂະຫຍາຍພັນແຫ່ງປະເທດລາວ, ທັງໄດ້ອຸປະຖຳ ຕີພິມ ຕຳລາຢາພື້ນເມືອງລາວ ເຊິ່ງໄດ້ກາຍເປັນຕົວແບບໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ຖະແຫຼງການຮ່ວມວ່າດ້ວຍການລົງເລິກການຮ່ວມມືດ້ານການແພດ ແລະ ການຢາພື້ນເມືອງໃນຂອບການຮ່ວມມື LM ແລະ ການຮັກສາສຸຂະພາບຂອງປະຊາຊົນທີ່ອາໄສຢູ່ຕາມລ້ອງແມ່ນ້ຳ.