ງານແຂ່ງຂັນແລ່ນມາຣາທອນຕ້າຫຼີ ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2024 ຈະຈັດຂຶ້ນ ທີ່ນະຄອນຕ້າຫຼີ ກິ່ງແຂວງປົກຄອງຕົນເອງເຜົ່າປາຍ ແຂວງຢູນນານ ໃນວັນທີ 19 ພຶດສະພາ 2024.
ໃນໄລຍະຈັດງານແຂ່ງຂັນແລ່ນຄັ້ງນີ້, ມີແຜນຈັດພິທີລົງນາມການຮ່ວມມືລະຫວ່າງ ງານແຂ່ງຂັນແລ່ນມາຣາທອນຄູ່ ລະຫວ່າງ ຕ້າຫຼີ-ອັງກໍ, ກິດຈະກໍາການທ່ອງທ່ຽວ ເພື່ອຊິມອາຫານແຊບ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ກິດຈະກໍາການແຂ່ງຂັນແລ່ນມາຣາທອນທີ່ກ່ຽວຂ້ອງ ເພື່ອຕັ້ງໜ້າຊຸກຍູ້ການແລກປ່ຽນ ເຊື່ອມໂຍງເຂົ້າກັນ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ ແຂວງຢູນນານ ກັບ ບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.
ການແຂ່ງຂັນແລ່ນຄັ້ງນີ້ປະກອບມີການແຂ່ງຂັນ 5 ປະເພດ ຄື: ການແລ່ນມາຣາທອນ (ໄລຍະ42,195 ກມ), ການແລ່ນເຄິ່ງມາຣາທອນ (ໄລຍະ21,0975 ກມ), ການແລ່ນເພື່ອຄວາມຮັກ (ໄລຍະ 5,2 ກມ), ການແລ່ນເພື່ອຄວາມມ່ວນຊື່ນ (ໄລຍະ 5,2 ກມ), ການແລ່ນເພື່ອຄວາມຮັກແພງຄອບຄົວ (ໄລຍະ 2 ກມ) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15.000 ຄົນ. ງານແຂ່ງຂັນແລ່ນຄັ້ງນີ້ ຈະສືບຕໍ່ເຊີນຊວນນັກແລ່ນດີເລີດ ແລະ ນັກສຶກສາ ຈາກບັນດາປະເທດຄູ່ຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມ. ໃນຂະນະດຽວກັນນັ້ນ, “ການແຂ່ງຂັນແລ່ນມາຣາທອນຕ້າຫຼີ ພາຍໃຕ້ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ຈະຮ່ວມມືກັບ “ການແຂ່ງຂັນແລ່ນມາຣາທອນອານາຈັກອັງກໍ” ເພື່ອສ້າງ “ການແຂ່ງຂັນແລ່ນຄູ່ລະດັບສາກົນ” ແລະ ສະໜອງປະສົບການ ການແຂ່ງຂັນທີ່ຫຼາກຫຼາຍຮູບແບບ ໃຫ້ແກ່ຜູ້ມັກແລ່ນ ຈາກບັນດາປະເທດໃນທົ່ວໂລກ.