ຮອງນາຍົກລັດຖະມົນຕີຈີນເຂົ້າຮ່ວມພິທີເປີດກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລື ຈົ່ງກ່ວນຊຸ່ນ ແລະກ່າວຄຳປາໄສ

CRI, April 30, 2024
Size:

ວັນທີ 25 ເມສານີ້, ກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລື ຈົ່ງກ່ວນຊຸ່ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຕີ່ງເຊວ່ຍຊຽງ, ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ ແລະກ່າວຄຳປາໄສ. ທ່ານກ່າວວ່າ: ຈີນຍິນດີຮ່ວມກັບປະຊາຄົມໂລກ, ປະຕິບັດແນວຄິດການຮ່ວມມືດ້ານເຕັກນິກວິທະຍາສາດສາກົນ ທີ່ “ເປີດກວ້າງ, ສະເໝີພາບ, ຍຸຕິທຳ, ແລະບໍ່ຈຳແນກ”, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳດ້ານເຕັກນິກວິທະຍາສາດຂອງໂລກ.

ຫົວຂໍ້ຂອງກອງປະຊຸມປະຈຳປີນີ້ແມ່ນ: “ການປະດິດສ້າງໃໝ່ ສ້າງໂລກທີ່ດີງາມກວ່າເກົ່າ”. ບຸກຄົນໃນວົງການເຕັກນິກວິທະຍາສາດ, ຜູ້ຮັບຜິດຊອບວິສາຫະກິດ, ເຈົ້າໜ້າທີ່ລັດຖະບານແລະຜູ້ແທນອົງການຈັດຕັ້ງສາກົນ ທັງພາຍໃນແລະຕ່າງປະເທດປະມານ 1.000 ຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.