“ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ”ຂອງທາງລົດໄຟຈີນ-ລາວ: ໄດ້ສ້າງຕົວແບບໃໝ່ດ້ານການຂົນສົ່ງສິນຄ້າສາກົນທີ່ມີປະສິດທິພາບສູງ

lmcchina.org, April 30, 2024
Size:

ທາງລົດໄຟຈີນ-ລາວໄດ້ສ້າງໝາກຜົນທີ່ພົ້ນເດັ່ນໃນການຊຸກຍູ້ການດຳເນີນທຸລະກິດແບບຫັນຂະບວນລົດໄຟຂົນສົ່ງສິນຄ້າມາເປັນຂະບວນລົດໄຟຂົນສົ່ງຜູ້ໂດຍສານ. ມາຮອດວັນທີ 25 ມີນາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟຈີນ-ລາວໄດ້ແລ່ນລົດທັງໝົດຫຼາຍກວ່າ 1000 ຂະບວນ ແລະໄດ້ຂົນສົ່ງສິນຄ້າເຖິງ 395.000 ໂຕນ.

ຂະບວນລົດໄຟນີ້ໄດ້ກຳນົດຈຸດເລີ່ມຕົ້ນ ແລະ ຈຸດໝາຍປາຍທາງໄວ້ໃນລະຫວ່າງນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງວຽງຈັນ ສປປ ລາວ, ເຊິ່ງໄດ້ຮັບປະກັນໃຫ້ສິນຄ້າສາມາດໄປເຖິງຈຸດໝາຍປາຍທາງຢ່າງຖືກຕ້ອງແມ່ນຍຳ ແລະ ມີປະສິດທິພາບສູງ; ສາມາດປະຕິບັດຕາມຕາຕະລາງເວລາລົດອອກ ແລະ ລົດຈອດຢ່າງເຂັ້ມງວດ ໄດ້ຮັບປະກັນໃຫ້ລົດອອກ ແລະ ລົດຈອດຕາມກຳນົດເວລາ; ການທີ່ແລ່ນລົດຕາມເສັ້ນທາງທີ່ກຳນົດໄວ້ ໄດ້ຮັບປະກັນໃຫ້ສິນຄ້າສາມາດແລ່ນຜ່ານຊາຍແດນຈີນ-ລາວຢ່າງປອດໄພ ແລະ ໝັ້ນທ່ຽງ. ທຸກຂະບວນລົດໄຟມີເລກລົດຂອງຕົນທີ່ບໍ່ປ່ຽນແປງ ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການຄົ້ນຫາ ແລະ ຕິດຕາມທີ່ຕັ້ງຂອງສິນຄ້າໃນເວລາຕົວຈິງ.

 “ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ” ຂອງທາງລົດໄຟຈີນ-ລາວ ມີຈຸດພິເສດດັ່ງນີ້ ຄື ມີການກຳນົດດ້ານຈຸດລົດອອກ-ລົດຈອດ, ເວລາລົດອອກ-ລົດຈອດ, ເສັ້ນທາງແລ່ນລົດ ແລະ ຖ້ຽວລົດຢ່າງຄັກແນ່ ເຊິ່ງໄດ້ສ້າງຕົວແບບໃໝ່ໃຫ້ແກ່ການຂົນສົ່ງສິນຄ້າສາກົນ. ເສັ້ນທາງດັ່ງກ່າວ ບໍ່ພຽງແຕ່ໄດ້ຍົກສູງປະສິດທິພາບໃນການຂົນສົ່ງສິນຄ້າ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງສິນຄ້າເທົ່ານັ້ນ, ຍັງໄດ້ເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດຈີນ-ລາວ, ພ້ອມທັງຊຸກຍູ້ການຄ້າລະຫວ່າງປະເທດຈີນ ແລະ ປະເທດອາຊຽນ. ໃນອະນາຄົດ, ຄຽງຄູ່ກັບການປັບປຸງ ແລະ ຂະຫຍາຍການບໍລິການຂອງ “ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ” ຢ່າງບໍ່ຢຸດຢັ້ງ, ເຊື່ອວ່າ ເສັ້ນທາງດັ່ງກ່າວຈະເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າໃນຂົງເຂດການຂົນສົ່ງສິນຄ້າສາກົນ ແລະ ຈະສ້າງພະລັງຊີວິດໃໝ່ໃຫ້ແກ່ການພັດທະນາທາງດ້ານເສດຖະກິດຂອງທົ່ວໂລກ.