ເຈົ້າຊີວິດກຳປູເຈຍຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້

CRI, April 23, 2024
Size:

ວັນທີ 21 ເມສານີ້, ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ.

ສົມເດັດ ໂນໂຣດົມ ສີຫາໂມນີກ່າວວ່າ: ຂໍຂອບອົບຂອບໃຈດ້ວຍຄວາມຈິງໃຈຕໍ່ຈີນທີ່ໄດ້ສະໜອງການສະໜັບສະໜູນແລະຄວາມຊ່ວຍເຫຼືອຢ່າງບໍ່ເຫັນແກ່ຕົວເຂົ້າໃນການພັດທະນາດ້ານເສດຖະກິດສັງຄົມຂອງກຳປູເຈຍ, ໄດ້ສະໜອງພະລັງແຮງທີ່ເຂັ້ມແຂງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳກຳປູເຈຍ-ຈີນ, ເຊື່ອວ່າການກໍ່ສ້າງ “ແລວທາງການພັດທະນາອຸດສາຫະກຳ”ແລະ “ແລວທາງການປະມົງແລະກະສິກຳ” ຈະຊຸກຍູ້ໃຫ້ເສດຖະກິດຂອງກຳປູເຈຍໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ.

ທ່ານຫວາງຢີ້ກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຮ່ວມກັນຂອງປະມຸກລັດສອງປະເທດ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍໄດ້ເຂົ້າສູ່ໄລຍະໃໝ່ທີ່ມີຄຸນນະພາບສູງ, ລະດັບສູງແລະມາດຕະຖານສູງ. ຈີນຍິນດີຮ່ວມກັນກັບກຳປູເຈຍ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບດ້ານຍຸດທະສາດລະຫວ່າງຜູ້ນຳສອງປະເທດໃຫ້ດີ. ຈີນຈະເປັນຄູ່ຮ່ວມທີ່ໜ້າເຊື່ອຖືທີ່ສຸດແລະເປັນຜູ້ໃຫ້ການສະໜັບສະໜູນທີ່ເຂັ້ມແຂງທີ່ສຸດຂອງກຳປູເຈຍຈົນເຖິງທີ່ສຸດ.