ຈີນ: ມຸ່ງຫວັງວ່າເສັ້ນທາງລົດໄຟຈີນ-ລາວຈະພັດທະນາດ້ວຍປະສິດທິຜົນສູງຢ່າງບໍ່ຢຸດຢັ້ງ

CRI, April 19, 2024
Size:

    ວັນທີ 15 ເມສານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 13 ເມສານີ້, ຂະບວນລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ, ຫຼາຍມືື້ມໍ່ໆມານີ້, ພໍດີແມ່ນບຸນຫົດນ້ຳຂອງເຜົ່າລື້ຂອງຈີນ, ທັງແມ່ນບຸນປີໃໝ່ຂອງປະເທດລາວ, ໄທ, ກຳປູເຈຍ ແລະ ມຽນມາ, ທາງລົດໄຟຈີນ-ລາວໄດ້ເປັນທີ່ສົນໃຈຢູ່ໃນໂລກອິນເຕີເນັດອີກຄັ້ງໜຶ່ງ, ທ່ານມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

    ທ່ານລິນຈ້ຽນກ່າວວ່າ: ທາງລົດໄຟຈີນ-ລາວແມ່ນໂຄງການຕົວແບບຂອງຈີນ ແລະ ປະເທດອ້ອມຂ້າງຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ, ນັບແຕ່ເປີດບໍລິການເປັນເວລາ 2 ປີປາຍມານີ້, ຍອດປະລິມານດ້ານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການເດີນທາງຂອງນັກທ່ອງທ່ຽວສະດວກສະບາຍກວ່າເກົ່າ, ເຊິ່ງໄດ້ສ້າງພະລັງແຮງຂັບເຄື່ອນອັນໃຫຍ່ຫຼວງໃຫ້ແກ່ເສດຖະກິດສອງປະເທດໄດ້ພັດທະນາຢ່າງມີຄຸນນະພາບສູງ, ກະຕຸ້ນການພັດທະນາຂອງຂະແໜງການທ່ອງທ່ຽວຢູ່ລຽບຕາມເສັ້ນທາງລົດໄຟ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວ.

    ພວກເຮົາມີຄວາມມຸ່ງຫວັງວ່າເສັ້ນທາງລົດໄຟຈີນ-ລາວຈະພັດທະນາດ້ວຍປະສິດທິຜົນສູງຢ່າງບໍ່ຢຸດຢັ້ງ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງໃນພາກພື້ນໃຫ້ໄວກວ່າເກົ່າ.