ລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ ເພີ່ມພະລັງຊີວິດອັນໃໝ່ເຂົ້າໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ

CRI, April 18, 2024
Size:

ວັນທີ 13 ເມສານີ້, ເນື່ອງໃນໂອກາດທີ່ລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ, ໄດ້ຂົນສົ່ງຜູ້ໂດຍສານເຖິງ 7 ແສນເທື່ອຄົນ, ໃນນັ້ນໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 180.000 ເທື່ອຄົນທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນ, ການຂົນສົ່ງໄດ້ດຳເນີນໄປຢ່າງປອດໄພ ໝັ້ນທ່ຽງ ແລະ ເປັນລະບຽບ.

ພາກສ່ວນຄຸ້ມຄອງທາງລົດໄຟສອງປະເທດຈີນ-ລາວໄດ້ເພີ່ມທະວີການຮ່ວມມື, ຈັດຕັ້ງການຂົນສົ່ງໂດຍສານຂ້າມຊາດຢ່າງເປັນລະບົບ, ສະໜອງການບໍລິການຂົນສົ່ງຂ້າມຊາດທີ່ປອດໄພ ສະດວກວ່ອງໄວ ແລະ ອົບອຸ່ນ, ເຊິ່ງໄດ້ເພີ່ມພະລັງຊີວິດອັນໃໝ່ເຂົ້າໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ.

ປະລິມານຜູ້ໂດຍສານຂ້າມຊາດເພີ່ມຂຶ້ນຢ່າງໝັ້ນທ່ຽງ, ຊຸກຍູ້ການພັດທະນາຂອງອຸດສາຫະກຳທ່ອງທ່ຽວ. ຂະບວນລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ຕົວເມືອງທ່ອງທ່ຽວທີ່ມີຊື່ສຽງຕ່າງໆ, ເຊັ່ນ: ນະຄອນຄຸນໝິງ, ສິບສອງພັ່ນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະອື່ນໆ, ໃຊ້ຮູບການທີ່ເດີນທາງອອກແຕ່ເຊົ້າ ແລະ ໄປເຖິງຈຸດໝາຍປາຍທາງໃນຕອນຄ່ຳ, ເຊິ່ງໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ນັກທ່ອງທ່ຽວສາກົນທີ່ໄປທ່ຽວຊົມສະຖານທີ່ບູຮານທາງດ້ານວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ, ການຂີ່ລົດໄຟເພື່ອເດີນທາງໄປທ່ອງທ່ຽວປະເທດລາວ ແລະ ແຂວງຢຸນນານຈີນໄດ້ກາຍເປັນຄວາມນິຍົມຊົມຊອບອັນໃໝ່.

ປັບປຸງແຜນການໝູນວຽນຂອງລົດໄຟໃຫ້ດີຂຶ້ນ, ຍົກສູງຄວາມສາມາດ ແລະ ປະສິດທິພາບຂອງການຂົນສົ່ງ. ພາກສ່ວນຄຸ້ມຄອງເສັ້ນທາງລົດໄຟ, ດ່ານພາສີ, ພາກສ່ວນກວດກາການເຂົ້າອອກເມືອງ, ແລະດ່ານເຂົ້າອອກເມືອງທ້ອງຖິ່ນຂອງສອງປະເທດຈີນ-ລາວຍັງໄດ້ສ້າງກົນໄກທີ່ເປິກສາຫາລືເປັນປະຈຳ ແລະ ດຳເນີນງານຮ່ວມກັນ, ປັບປຸງແຜນການໝູນວຽນຂອງລົດໄຟ, ເພີ່ມທະວີມາດຕະການປ້ອງກັນຄວາມປອດໄພ, ຍົກສູງຄຸນນະພາບແຫ່ງການດຳເນີນງານຂອງຂະບວນລົດໄຟໂດຍສານສາກົນເລື້ອຍໆ.

ນອກນີ້, ພາກສ່ວນຄຸ້ມຄອງເສັ້ນທາງລົດໄຟສອງປະເທດຈີນ-ລາວຍັງໄດ້ເປີດບໍລິການໃຫ້ມີສີສັນພິເສດຕ່າງໆ, ເຊັ່ນ: “ປ່ອງຊື້ປີ້ລົດໄຟສະເພາະ” ສຳລັບນັກທ່ອງທ່ຽວສາກົນ, ຈັດສັນຕູ້ລົດໄຟຂ້າມຊາດ ແລະ ຕູ້ລົດໄຟພາຍໃນ, ອາຫານພື້ນເມືອງ ແລະອື່ນໆ, ເພື່ອເຮັດໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍເພີ່ມຂຶ້ນໃນການເດີນທາງ.