ເພີ່ມຂະບວນລົດໄຟໂດຍສານສາກົນໄປກັບຕື່ມອີກຄູ່ໜຶ່ງຕາມເສັ້ນທາງລົດໄຟຈີນ-ລາວ

CRI, April 18, 2024
Size:

ວັນທີ 13 ເມສານີ້, ເນື່ອງໃນໂອກາດທີ່ຂະບວນລົດໄຟໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ, ພາກສ່ວນຄຸ້ມຄອງເສັ້ນທາງລົດໄຟສອງປະເທດຈີນ-ລາວໄດ້ເປີດຂະບວນລົດໄຟໂດຍສານສາກົນໄປກັບເພີ່ມອີກຄູ່ໜຶ່ງຢູ່ລະຫວ່າງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຂອງຈີນກັບແຂວງຫຼວງພະບາງຂອງລາວ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງສອງປະເທດ, ຜູ້ໂດຍສານສາມາດຂີ່ລົດໄຟໄປກັບພາຍໃນມື້ດຽວລະຫວ່າງສອງສະຖານທີ່ດັ່ງກ່າວ.

ຂະບວນລົດໄຟໂດຍສານສາກົນທີ່ເພີ່ມໃໝ່ໃນຄັ້ງນີ້, ໃນໄລຍະເບື້ອງຕົ້ນຈະແລ່ນລົດໃນວັນຈັນ, ວັນສຸກ, ວັນເສົາ ແລະ ວັນອາທິດຂອງອາທິດ, ເຊິ່ງຈະຈອດຢູ່ 6 ສະຖານີ ຄື: ສິບສອງພັ່ນນາ, ເມືອງຫຼ້າ, ບໍ່ຫານ, ບໍ່ເຕ່ນ, ເມືອງໄຊ, ແລະ ຫຼວງພະບາງ, ເວລາການເດີນທາງ ເຊິ່ງລວມທັງເວລາຜ່ານດ່ານ ຈະໃຊ້ເວລາພຽງແຕ່ 5 ຊົ່ວໂມງເທົ່ານັ້ນ.