ເສັ້ນທາງລົດໄຟຈີນ-ລາວຈະເພີ່ມຂະບວນລົດໄຟໂດຍສານສາກົນໄປກັບຄູ່ໜຶ່ງ, ຈາກກິ່ງແຂວງສິບສອງພັ່ນນາຫາຫຼວງພະບາງສາມາດໄປກັບໃນມື້ດຽວ

CRI, April 17, 2024
Size:

ກຸ່ມບໍລິສັດທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ: ວັນທີ 13 ເມສານີ້, ເນື່ອງໃນໂອກາດຂະບວນລົດໄຟໂດຍສານກົນເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ, ພາກສ່ວນທາງລົດໄຟທັງສອງປະເທດຈີນ-ລາວຈະເພີ່ມຂະບວນລົດໄຟໂດຍສານສາກົນໄປກັບຄູ່ໜຶ່ງລະຫວ່າງກິ່ງແຂວງສິບສອງພັນນາແຂວງຢຸນນານຈີນກັບນະຄອນຫຼວງພະບາງເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຜູ້ໂດຍສານສາມາດໄປກັບສອງແຫ່ງໄດ້ໃນມື້ດຽວໂດຍຂີ່ລົດໄຟຂະບວນດັ່ງກ່າວ.

ຜູ້ຮັບຜິດຊອບກຸ່ມບໍລິສັດທາງລົດໄຟຈີນຈຳກັດແນະນຳໃຫ້ຮູ້ວ່າ: ຂະບວນລົດໄຟໂດຍສານສາກົນທີ່ເພີ່ມໃໝ່ເທື່ອນີ້, ເບື້ອງຕົ້ນຈະແລ່ນລົດໃນວັນຈັນ, ວັນສຸກ, ວັນເສົາ ແລະ ວັນອາທິດຂອງທຸກອາທິດ, ການແລ່ນລົດໃຊ້ເວລາພຽງແຕ່ປະມານ 5 ຊົ່ວໂມງ, ຈາກເຂດສິບສອງພັ່ນນາຫານະຄອນຫຼວງພະບາງສາມາດໄປກັບໄດ້ໃນມື້ດຽວ.