ກອງທຶນສະເພາະກິດສຳລັບການຮ່ວມມື LM ໄດ້ເປີດຕົວ ໂຄງການປະເທດໄທ ປີ 2024

lmcchina.org, April 16, 2024
Size:

ວັນທີ 5 ເມສາ, ຢູ່ທີ່ນະຄອນຫຼວງບາງກອກ, ສະຖານທູດແຫ່ງ ສປ ຈີນ ປະຈຳ ລາຊະອານາຈັກໄທ ໄດ້ຮ່ວມກັບ ກະຊວງການຕ່າງປະເທດ ລາຊະອານາຈັກໄທ ຈັດພິທີເປີດຕົວໂຄງການປະເທດໄທ ປີ 2024 ຂອງກອງທຶນສະເພາະກິດສຳລັບການຮ່ວມມື LM ພ້ອມທັງ ກິດຈະກໍາລະນຶກ "ສັບປະດາ LM".

  

ທ່ານ ຮັນຈື້ສຽງ (ຢູ່ກ້ຳຊ້າຍ) ແລະ ທ່ານນາງບຸສະດີ ສັນຕິພິທັກ ໄດ້ຮ່ວມກັນເປີດໂຄງ ການປະເທດໄທຂອງກອງທຶນສະເພາະກິດສຳລັບການຮ່ວມມື LM ປີ 2024.

 

ໃນພິທີດັ່ງກ່າວ, ໄດ້ມີຜູ້ເຂົ້າຮ່ວມປະມານ 100 ທ່ານ ລວມທັງທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ແລະ ສສ ມຽນມາ ປະຈຳລາຊະອານາຈັກໄທ, ຜູ້ຕາງໜ້າຈາກສະຖານທູດລາຊະອານາຈັກກຳປູເຈຍ ແລະ ສສ ຫວຽດນາມ ປະຈຳ ລາຊະອານາຈັກໄທ ກໍຄື ຜູ້ທີ່ມາຈາກອົງການລັດຕ່າງໆຂອງລາຊະອານາຈັກໄທ ເຊັ່ນ ກະຊວງການຕ່າງປະເທດເປັນຕົ້ນ ແລະ ພາກສ່ວນທີ່ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ.

ທ່ານ ຮັນຈື້ສຽງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາຊະອານາຈັກໄທໄດ້ກ່າວວ່າ ນັບແຕ່ການເລີ່ມຕົ້ນດຳເນີນການຮ່ວມມື LM ເປັນຕົ້ນມາ ໄດ້ຜ່ານເວລາ 8 ປີ, ການຮ່ວມມືດັ່ງກ່າວໄດ້ສ້າງໝາກຜົນອັນອຸດົມສົມບູນໃນຫຼາຍຂົງເຂດ ເຊັ່ນ ການພັດທະນາທາງດ້ານເສດຖະກິດ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນນ້ຳ, ການບັງຄັບໃຊ້ກົດໝາຍ ແລະ ການຮັກສາຄວາມໝັ້ນຄົງ, ການແລກປ່ຽນທາງດ້ານວັດທະນະທຳມະນຸດ ເປັນຕົ້ນ. ຮອດປັດຈຸບັນນີ້ ປະເທດໄທໄດ້ນຳໃຊ້ກອງທຶນສະເພາະກິດສຳລັບການຮ່ວມມື LM ເຖິງ 20 ລ້ານໂດລາ, ເທື່ອນີ້ກໍໄດ້ເປີດຕົວ 18 ໂຄງການອີກ. ຝ່າຍຈີນຍິນດີຮ່ວມກັບຝ່າຍໄທ ເລັ່ງລັດໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທໃຫ້ໝັ້ນຄົງກວ່າ, ຈະເລີນຮຸ່ງເຮືອງກວ່າ ແລະ ຍືນຍົງກວ່າ, ຮ່ວມມືກັນສ້າງສາບ້ານເມືອງ LMໃຫ້ສວຍງາມກວ່າເກົ່າ.

ທ່ານນາງບຸສະດີ ສັນຕິພິທັກ ປະລັດກະຊວງການຕ່າງປະເທດ ລາຊະອານາຈັກໄທ ໄດ້ກ່າວວ່າ: ປີນີ້ ປະເທດໄທໄດ້ດຳລົງຕຳແໜ່ງເປັນປະເທດປະທານຮ່ວມຂອງການຮ່ວມມື LM ແລະ ຍິນດີຮ່ວມມືຢ່າງໃກ້ຊິດກັບປະເທດທີ່ຢູ່ລ້ອງແມ່ນໍ້າ ເພື່ອຮັກສາຄວາມມີຊີວິດຊີວາຂອງການຮ່ວມມື LM, ຊຸກຍູ້ໃຫ້ອະນຸພາກພື້ນແມ່ນໍ້າຂອງບັນລຸການຟື້ນຟູເສດຖະກິດຢ່າງແຂງແຮງຫຼັງການລະບາດຂອງພະຍາດໂຄວິດ-19 ແລະ ປົກປັກຮັກສາຄວາມຈະເລີນແລະການພັດທະນາແບບຍືນຍົງຢູ່ພາກພື້ນ.