ລົດໄຟຂົນສົ່ງສິນຄ້າສາກົນ (ເຈີ້ງໂຈ່ວ-ວຽງຈັນ) ເສັ້ນທາງລົດໄຟຈີນ-ລາວຂະບວນທຳອິດແລ່ນລົດຕາມຕາຕະລາງແລ່ນລົດ

CRI, April 16, 2024
Size:


     ວັນທີ 11 ເມສານີ້, ຂະບວນລົດໄຟຖ້ຽວ 80031 ທີ່ບັນທຸກສິນຄ້າຈຳນວນ 1.180 ໂຕນໄດ້ແລ່ນອອກຈາກສະຖານີຜູຖຽນ ກຸ່ມບໍລິສັດທາງລົດໄຟຈີນສາຂາເຈີ້ງໂຈ່ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ລົດໄຟຂົນສົ່ງສິນຄ້າສາກົນ (ເຈີ້ງໂຈ່ວ-ວຽງຈັນ) ເສັ້ນທາງລົດໄຟຈີນ-ລາວຂະບວນທຳອິດແລ່ນລົດຕາມຕາຕະລາງແລ່ນລົດຢ່າງເປັນທາງການ.

   ຕາມແຫຼ່ງຂ່າວແຈ້ງໃຫ້ຮູ້ວ່າ: ຂະບວນລົດໄຟຂົນສົ່ງສິນຄ້າສາກົນ (ເຈີ້ງໂຈ່ວ-ວຽງຈັນ)ເສັ້ນທາງລົດໄຟຈີນ-ລາວຈະປະຕິບັດການແລ່ນລົດຕາມຕາຕະລາງແລ່ນລົດ 3 ຂະບວນຕໍ່ອາທິດ ໂດຍຖືເອົາສະຖານີຜູຖຽນນະຄອນເຈີ້ງໂຈ່ວເປັນຈຸດເລີ່ມຕົ້ນ, ເດີນທາງໄປເຖິງສະຖານີນະຄອນຫຼວງວຽງຈັນໃຊ້ເວລາທັງໝົດ 114 ຊົ່ວໂມງ.

    ຕາມແຫຼ່ງຂ່າວໃຫ້ຮູ້ຕື່ມວ່າ: ການເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າສາກົນ (ເຈີ້ງໂຈ່ວ-ວຽງຈັນ) ເສັ້ນທາງລົດໄຟຈີນ-ລາວຢ່າງເປັນທາງການ ຈະສາມາດເປີດຊ່ອງທາງວັດຖຸດິບ, ຫຼຸດຜ່ອນຕົ້ນທຶນການຜະລິດ, ປະຢັດເວລາການຂົນສົ່ງສິນຄ້າຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດຢູ່ເຂດແຄວ້ນລຽບຕາມເສັ້ນທາງລົດໄຟ, ຊ່ວຍໃຫ້ວິສາຫະກິດເຫຼົ່ານີ້ຫຼຸດຜ່ອນຕົ້ນທຶນການຈໍລະຈອນສິນຄ້າ, ພ້ອມທັງມີຜົນດີຕໍ່ວິສາຫະກິດໃນການພັດທະນາຕະຫຼາດຕ່າງປະເທດ ແລະຍົກສູງປະສິດທິຜົນດ້ານເສດຖະກິດໃຫ້ວິສາຫະກິດຕື່ມອີກ.