ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ ໄດ້ຮັບປະກັນໃຫ້ຜູ້ໂດຍສານຜ່ານດ່ານເຂົ້າອອກເມືອງຢ່າງສະດວກວ່ອງໄວ

CRI, April 16, 2024
Size:

ວັນທີ 13 ເມສານີ້, ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 1 ປີ, ຕະຫຼອດໄລຍະໜຶ່ງປີຜ່ານມາ, ດ່ານກວດກາຊາຍແດນບໍ່ຫານຈີນ ໄດ້ໃຫ້ບໍລິການກວດກາຢ່າງມີປະສິດທິພາບສູງແກ່ລົດໄຟໂດຍສານສາກົນຫຼາຍກວ່າ 700 ຖ້ຽວຂະບວນ, ຮັບປະກັນໃຫ້ຜູ້ໂດຍສານຜ່ານດ່ານເຂົ້າອອກເມືອງຫຼາຍກວ່າ 180.000 ຄົນ, ໃນນີ້, ລວມເຖິງຜູ້ໂດຍສານຕ່າງປະເທດຫຼາຍກວ່າ 28.000 ຄົນຈາກ 83 ປະເທດແລະເຂດແຄວ້ນ.


ວັນທີ 13 ເມສາ 2023, ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວໄດ້ເປີດບໍລິການຢ່າງເປັນທາງການ, ຜູ້ໂດຍສານອອກເມືອງຈີນຜ່ານເສັ້ນທາງລົດໄຟຈີນ-ລາວສາມາດເດີນທາງໄປເຖິງອາຊີໃຕ້, ອາຊີຕາເວັນອອກສຽງໃຕ້, ອາຊີຕາເວັນຕົກແລະອື່ນໆໂດຍກົງ, ຂະນະທີ່ການຂົນສົ່ງສິນຄ້າເຂົ້າອອກເມືອງໄດ້ກວມເຖິງ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”   ເຊັ່ນ ລາວ, ໄທ, ມຽນມາ, ຫວຽດນາມແລະອື່ນໆ. ໄລຍະໜຶ່ງປີຜ່ານມານີ້, ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນຊ່ອງທາງທີ່ສະດວກວ່ອງໄວສຳລັບການເຊື່ອມໂຍງເຊື່ອມຈອດຈີນກັບຕ່າງປະເທດ, ສົ່ງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງ, ຊ່ວຍຊູຍູ້ໜູນກັນລະຫວ່າງສອງຝ່າຍ, ມີຄວາມປອດໄພ ແລະປະສິດທິພາບສູງ.