ໄທຄອງຄອຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະແຕກດອກອອກຜົນຫຼາຍກວ່າເກົ່າ

CRI, April 15, 2024
Size:

   ທ່ານ ພູມທໍາ ເວດຊະຍະໄຊ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຄ້າໄທໄດ້ຢືນຢັນໃນຫວ່າງມໍ່ໆມານີ້ວ່າ: ຈີນດໍາເນີນການເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ, ໄດ້ສະໜອງໂອກາດອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດຂອງໄທ, ພ້ອມທັງເຮັດໃຫ້ທົ່ວໂລກໄດ້ຮັບຜົນປະໂຫຍດໄປນໍາ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ສອງປະເທດຫຍັບໃກ້ເຂົ້າກັນຕື່ມອີກ.

   ທ່ານ ພູມທໍາ ກ່າວຕື່ມວ່າ: ໄທສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ສຸມຄວາມພະຍາຍາມເພື່ອບັນລຸການພັດທະນາແບບຍືນຍົງ, ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາຂອງໄທ. ຍຸດທະສາດການພັດທະນາຂອງໄທແມ່ນສອດຄ່ອງກັບຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໂຄງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີທາງລົດໄຟໄທ-ຈີນ ແລະ ທ່າກໍາປັ່ນແຫຼມສະບັງເປັນໂຄງການສັນຍາລັກນັ້ນພວມໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ, ສິ່ງນີ້ໄດ້ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງໄທ-ຈີນ ເຊັ່ນ: ພື້ນຖານໂຄງລ່າງ, ເຄືອຂ່າຍອິນເຕີເນັດ 5G, ການຄ້າຜະລິດຕະພັນກະສິກໍາ ເປັນຕົ້ນ, ພ້ອມທັງໄດ້ເພີ່ມເນື້ອໃນອັນໃໝ່ເຂົ້າໃນການພົວພັນ "ຈີນ-ໄທໃກ້ຊິດກັນເໝືອນດັ່ງຄອບຄົວດຽວກັນ".

   ທ່ານ ພູມທໍາ ກ່າວຕື່ມອີກວ່າ: ໃນອະນາຄົດຈະຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທໍາໃນຂົງເຂດການປິ່ນປົວສຸຂະພາບລະຫວ່າງໄທ-ຈີນ, ຄອງຄອຍວິສາຫະກິດຈີນເຂົ້າມາລົງທຶນ ແລະ ພັດທະນາທຸລະກິດຢູ່ໄທຫຼາຍກວ່າເກົ່າ ເພື່ອເຮັດໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແຕກດອກອອກຜົນຫຼາຍກວ່າເກົ່າ.