ໄຕມາດທີໜຶ່ງປີນີ້, ຂະບວນລົດໄຟຈີນ-ຫວຽດນາມຂົນສົ່ງສິນຄ້າເພີ່ມຂຶ້ນ 82% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

CRI, April 12, 2024
Size:

ອີງຕາມຕົວເລກຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງຈຳກັດແຈ້ງໃຫ້ຮູ້ເມື່ອວັນທີ 7 ເມສານີ້ວ່າ: ໃນໄຕມາດທີໜຶ່ງປີນີ້, ຂະບວນລົດໄຟຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າ 1.594 ຕູ້ມາດຕະຖານ, ເພີ່ມຂຶ້ນ 82% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ມີທ່ວງທ່າເພີ່ມຂຶ້ນໄວຫຼາຍ.

ນັບແຕ່ປີນີ້ເປັນຕົ້ນມາ, ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງຈີນກັບຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນເດືອນມີນາແລ້ວນີ້, ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າຫຼາຍກວ່າ 900 ຕູ້ມາດຕະຖານ, ສ້າງສະຖິຕິສູງສຸດໃນປະຫວັດສາດດ້ານການຂົນສົ່ງສິນຄ້າຕໍ່ເດືອນ. ປັດຈຸບັນ, ບັນຊີລາຍຊື່ສິນຄ້າທີ່ເຂົ້າອອກເມືອງໂດຍຜ່ານດ່ານທາງລົດໄຟຜິງສຽງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ບັນລຸເຖິງ 620 ກວ່າຊະນິດ.