ກະຊວງປ້ອງກັນປະເທດຈີນມອບລົດຈຳນວນໜຶ່ງໃຫ້ລາວສຳລັບການຈັດກອງປະຊຸມສຸດຍອດອາຊຽນ 2024

CRI, April 12, 2024
Size:

ວັນທີ 9 ເມສາ 2024, ກະຊວງປ້ອງກັນປະເທດຈີນໄດ້ມອບຍານພາຫະນະຈຳນວນໜຶ່ງເຊິ່ງລວມທັງລົດຕູ້ 12 ບ່ອນນັ່ງ, ລົດຕູ້ 21 ບ່ອນນັ່ງ, ລົດກູ້ໄພ, ລົດຈິບ, ລົດເກງ ແລະລົດຈັກໃຫ້ປະເທດລາວເພື່ອນຳໃຊ້ເຂົ້າໃນການຈັດກອງປະຊຸມສຸດຍອດອາຊຽນ 2024 ຢູ່ປະເທດລາວ.


ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ຕາງໜ້າໃຫ້ກົມຄຸ້ມຄອງພາຫະນະ, ກົມໃຫຍ່ເຕັກນິກກອງທັບກະຊວງປ້ອງກັນປະເທດລາວ ພ້ອມດ້ວຍນາຍແລະພົນທະຫານກອງທັບປະຊາຊົນລາວສະແດງຄວາມຂອບໃຈຕໍ່ກອງທັບປົດປ່ອຍປະຊາຊົນຈີນຄືກະຊວງປ້ອງກັນປະເທດຈີນທີ່ໃຫ້ການຊ່ວຍເຫຼືອອັນລ້ຳຄ່າຕໍ່ກອງທັບປະຊາຊົນລາວ. ພ້ອມກັນນັ້ນ, ທ່ານຍັງຢ້ຳຄືນວ່າຈະນຳໃຊ້ລົດເຫຼົ່ານີ້ໃຫ້ເກີດມີປະສິດທິຜົນຫຼາຍທີ່ສຸດ.