ສະຫະລັດອາຣັບເອມີເຣດຈະເປັນຄູ່ຮ່ວມມືຖືກເຊີນພິເສດຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21

CRI, April 11, 2024
Size:


   ອີງຕາມແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ວ່າ: ສະຫະລັດອາຣັບເອມີເຣດຈະດຳລົງຕຳແໜ່ງເປັນຄູ່ຮ່ວມມືຖືກເຊີນພິເສດຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ21. ນີ້ແມ່ນເທື່ອທຳອິດທີ່ປະເທດອ່າວເປີເຊຍເປັນຄູ່ຮ່ວມມືຖືກເຊີນພິເສດຂອງງານວາງສະແດງສິນຄ້າຈີນ-ອາຊຽນ ເຊິ່ງສະແດງໃຫ້ເຫັນວ່າ ກຸ່ມເພື່ອນມິດຂອງງານວາງສະແດງດັ່ງກ່າວໄດ້ຂະຫຍາຍກວ້າງອອກອີກຄັ້ງໜຶ່ງ.

ທ່ານ ຫຼຽງຢີ້ກວ່າງ ຮອງເລຂາທິການໃຫຍ່ຂອງກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ວ່າ: ຊຸມປີມໍ່ໆມານີ້, ການພົວພັນຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງສະຫະລັດອາຣັບເອມີເຣດກັບປະເທດສະມາຊິກອາຊຽນນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ສະຫະລັດອາຣັບເອມີເຣດຈະສົ່ງເຈົ້າໜ້າທີ່ຂັ້ນຮອງລັດຖະມົນຕີນຳພາຄະນະຜູ້ແທນເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ21ທີ່ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນລະຫວ່າງວັນທີ 24-28 ກັນຍາ2024 ແລະຈະຈັດຫໍວາງສະແດງຂອງປະເທດຕົນໃນງານວາງສະແດງຄັ້ງນີ້.