ຈີນແລະໄທຈະຮ່ວມມືປະຕິບັດໜ້າທີ່ສຳຫຼວດດວງຈັນ

CRI, April 10, 2024
Size:

ວັນທີ 5 ເມສານີ້, ກົມການບິນອະວະກາດແຫ່ງຊາດຈີນແລະກະຊວງການສຶກສາຊັ້ນສູງ, ການຄົ້ນຄວ້າວິທະຍາສາດແລະນະວັດຕະກຳປະເທດໄທໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການສຳຫຼວດແລະນຳໃຊ້ອະວະກາດໂດຍສັນຕິແລະບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບສະຖານີຄົ້ນຄວ້າວິທະຍາສາດດວງຈັນສາກົນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ໂດຍອີງຕາມຄຳໝັ້ນສັນຍາໃນບົດບັນທຶກຊ່ວຍຈຳດັ່ງກ່າວ, ຈີນແລະໄທຈະສ້າງຕັ້ງຄະນະກຳມະການປະສົມແລະໜ່ວຍງານປະສົມ, ໃນຂົງເຂດການສຳຫຼວດອະວະກາດ, ການນຳໃຊ້ອະວະກາດ, ການສ້າງສາຄວາມສາມາດໃນອະວະກາດແລະຂົງເຂດອື່ນໆ, ເພີ່ມທະວີການຮ່ວມມືດ້ວຍຮູບການຕ່າງໆ ເຊັ່ນ: ການວາງແຜນແລະປະຕິບັດໂຄງການອະວະກາດຮ່ວມ, ໂຄງການແລກປ່ຽນດ້ານວິທະຍາສາດ, ແຜນການອົບຮົມບຸກຄະລາກອນແລະອື່ນໆ.