ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

CRI, April 9, 2024
Size:

ວັນທີ 4 ເມສານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີິກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານບຸຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຢູ່ເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຈີນ.

ທ່ານຫວາງຢີ້ກ່າວວ່າ: ການພົວພັນລະຫວ່າງຈີນ-ຫວຽດນາມໄດ້ຮັບການພັດທະນາຢ່າງວ່ອງໄວໃນປີ 2023 ແລ້ວນີ້, ຜູ້ນຳສູງສຸດຂອງສອງພັກຮ່ວມກັນປະກາດສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍດ້ານຍຸດທະສາດ, ເພີ່ມເນື້ອໃນຍຸກໃໝ່ໃຫ້ແກ່ຄຳເວົ້າທີ່ວ່າ “ມິດຕະພາບລະຫວ່າງຈີນ-ຫວຽດນາມເລິກເຊິ່ງ, ທັງເປັນສະຫາຍກັນທັງເປັນອ້າຍນ້ອງກັນ”. ໃນປີ 2024 ນີ້ ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມໄດ້ບັນລຸການເລີ່ມຕົ້ນທີ່ດີ. ສອງຝ່າຍຕ້ອງຮ່ວມກັນຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ.

ທ່ານບຸຍແທັງເຊິນກ່າວວ່າ: ຍິນດີຮັກສາການປະສານງານຢ່າງແໜ້ນແຟ້ນກັບຈີນ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ຊຸກຍູ້ການລົງທຶນດ້ານເສດຖະກິດການຄ້າ, ລົງເລິກການຮ່ວມມືທ້ອງຖິ່ນ, ສ້າງປະຊາຄົມຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍດ້ານຍຸດທະສາດໃຫ້ດີ.