ກະຊວງການຕ່າງປະເທດຈີນ: ຊົມເຊີຍສົມເດັດຮຸນເຊນໄດ້ຮັບເລືອກຕັ້ງເປັນປະທານສະພາສູງກຳປູເຈຍ

CRI, April 8, 2024
Size:

ວັນທີ 3 ເມສານີ້, ກຳປູເຈຍຈັດກອງປະຊຸມຄົບຄະນະຄັ້ງທຳອິດຂອງສະພາສູງຊຸດໃໝ່, ໄດ້ເລືອກຕັ້ງສົມເດັດຮຸນເຊນເປັນປະທານສະພາສູງຄົນໃໝ່. ໃນກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໃນຖານະເປັນບ້ານໃກ້ເຮືອນຄຽງທີ່ດີແລະໝູ່ເພື່ອນທີ່ດີ, ພວກເຮົາຂໍສະແດງຄວາມອວຍພອນຕໍ່ສົມເດັດຮຸນເຊັນ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາສູງກຳປູເຈຍ. ຈີນຈະສືບຕໍ່ເດັດດ່ຽວສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ສະໜັບສະໜູນກຳປູເຈຍຮັກສາຄວາມໝັ້ນຄົງແລະເລັ່ງລັດການພັດທະນາ. ເຊື່ອໝັ້ນວ່າ, ກຳປູເຈຍຈະໄດ້ຮັບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຢ່າງແນ່ນອນ.