ໃນວັນພັກບຸນໄຫວ້ບັນພະບຸລຸດ ລົດໄຟຈີນ-ລາວມີຜູ້ໂດຍສານຈຳນວນຫຼວງຫຼາຍ ຄາດວ່າຈະສົ່ງຜູ້ໂດຍສານ 80.000 ເທື່ອຄົນຕໍ່ມື້

CRI, April 8, 2024
Size:

ວັນທີ 4 ເມສານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸ່ນໝິງວ່າ: ໃນວັນພັກບຸນໄຫວ້ບັນພະບຸລຸດ, ປະລິມານຜູ້ໂດຍສານຢູ່ສະຖານີຜູເອີ, ສິບສອງພັ່ນນາ, ບໍ່ຫານຂອງທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຄາດວ່າຈະຂົນສົ່ງຜູ້ໂດຍສານ 80.000 ເທື່ອຄົນຕໍ່ມື້. ໃນວັນພັກບຸນໄຫວ້ບັນພະບຸລຸດທັງໝົດ 3 ມື້, ຄາດວ່າທາງລົດໄຟຈີນ-ລາວຈະຂົນສົ່ງຜູ້ໂດຍສານຫຼາຍກວ່າ 250.000 ເທື່ອຄົນ.