ທູດຊາວໜຸ່ມມິດຕະພາບ ຈາກບັນດາປະເທດອາຊຽນ ເຂົ້າຮ່ວມສັບປະດາວັດທະນະທໍາຈີນ-ອາຊຽນປະຈໍາປີ 2024

lmcchina.org, April 3, 2024
Size:

ວັນທີ 28 ມີນາທີ່ຜ່ານມາ, ສັບປະດາວັດທະນະທໍາຈີນ-ອາຊຽນປະຈໍາປີ 2024 ໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລປັກກິ່ງ. ກິດຈະກໍາຄັ້ງນີ້ດໍາເນີນໄປພາຍໃຕ້ຫົວຂໍ້ ການເຄື່ອນໄຫວຂອງຊາວໜຸ່ມໃນການສົ່ງເສີມການຢູ່ຮ່ວມຢ່າງກົມກຽວປອງດອງກັນຂອງວັດທະນະທໍາຫຼາກຫຼາຍສີສັນ·ການແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນດ້ານວັດທະນະທໍາໄດ້ຈັດຕັ້ງກິດຈະກໍາການແລກປ່ຽນດ້ານວິຊາການ ແລະ ດ້ານວັດທະນະທໍາຢ່າງມີເນື້ອໃນອຸດົມສົມບູນ ຊຶ່ງມີຈຸດປະສົງສ້າງເວທີແຫ່ງມິດຕະພາບໃຫ້ແກ່ຊາວໜຸ່ມ ຈີນ-ອາຊຽນ ເພື່ອແລກປ່ຽນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງຈະຊຸກຍູ້ເສີມສ້າງສາຍພົວພັນລະຫວ່າງຈີນ-ອາຊຽນ ດ້ວຍກໍາລັງແຮງຂອງຊາວໜຸ່ມ.

ນາງ ເທບມຸກດາ ເພັດສະລາດ ທີ່ມາຈາກປະເທດລາວ ເລົ່າເລື່ອງ 

"ການເບິ່ງລະຄອນຈີນ ແລະ ການເປັນພະນັກງານບໍລິສັດຈີນຂອງຂ້ອຍ"


ບັນດາຊາວໜຸ່ມທີ່ມາຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຊັ່ນ: ກໍາປູເຈຍ, ລາວ, ມຽນມ້າ ແລະ ອື່ນໆ ໄດ້ເລົ່າເລື່ອງລາວຂອງຕົນ ກ່ຽວກັບການເຂົ້າຮ່ວມການເຮັດໂຄງການຂອງລັດວິສາຫະກິດຈີນທີ່ເຂົ້າໄປລົງທຶນຢູ່ປະເທດຂອງຕົນ, ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເອົາໄຊຊະນະຮ່ວມກັນ ລະຫວ່າງປະຊາຊົນຂອງຈີນ ແລະ ຂອງປະເທດຕົນເອງ ກໍ່ຄື ການເຊື່ອມໂຍງກັນດ້ານວັດທະນະທໍາຂອງຈີນ ແລະ ຂອງປະເທດຕົນເອງ, ເຊັ່ນ: ນາງ ເທບມຸກດາ ເພັດສະລາດ ທີ່ມາຈາກປະເທດລາວ ໄດ້ສ້າງການພົວພັນກັບປະເທດຈີນ ຍ້ອນການເບິ່ງລະຄອນຈີນ, ທັງໄດ້ມາຮໍ່າຮຽນຢູ່ຈີນ ແລະ ເຂົ້າເປັນພະນັກງານປະຈໍາໂຄງການເສັ້ນທາງລົດໄຟລາວ-ຈີນ ເພື່ອຮັບປະກັນຄວາມສະດວກໃນການໄປມາຫາສູ່ກັນ ດ້ວຍຄວາມສາມາດດ້ານພາສາຂອງຕົນເອງ; ທ້້າວ Nyar Khant ທີ່ມາຈາກປະເທດມຽນມ້າໄດ້ຮັບ ການຊ່ວຍເຫຼືອ ແລະ ສັ່ງສອນຂອງຄູຈີນ ຊຶ່ງຊ່ວຍໃຫ້ລາວພັດທະນາຂຶ້ນ ແລະ ກາຍເປັນນັກວິຊາການຫຼັກແຫຼ່ງ, ຄວາມຮັກແພງລະຫວ່າງຄູ ກັບ ລູກສິດດັ່ງກ່າວແມ່ນເຮັດໃຫ້ລາວບໍ່ມີວັນລືມ; ພະນັກງານລາວຊື່ ພູໄຊ ວົງພະຈັນ ແລະ ພະນັກງານກໍາປູເຈຍ ຊື່ Kimpor Huoth ຊຶ່ງບໍ່ພຽງແຕ່ໄດ້ສົ່ງແສງສະຫວ່າງ ແລະ ຄວາມອົບອຸ່ນໃຫ້ແກ່ປະຊາຊົນອ້ອມຂ້າງ ໂດຍຜ່ານການປະຈໍາການຢູ່ໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ລົງທຶນໂດຍບໍລິສັດຈີນເທົ່ານັ້ນ, ຍັງໄດ້ຕັ້ງໜ້າສຶກສາວັດທະນະທໍາຈີນອີກ ໃນເວລາຫວ່າງ...... ຊຶ່ງເລື່ອງລາວທີ່ມີຊີວິດຊີວາຕ່າງໆດັ່ງກ່າວນີ້ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງການປະກອບສ່ວນຂອງລັດວິສາຫະກິດຈີນອັນຕັ້ງໜ້າເຂົ້າໃນການພັດທະນະເສດຖະກິດ-ສັງຄົມຂອງທ້ອງຖິ່ນເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມເຂົ້າໃຈກັນຂອງປະຊາຊົນ, ການຖອດຖອນແລກປ່ຽນບົດຮຽນເຊິ່ງກັນແລະກັນດ້ານວັດທະນະທໍາ ແລະ ການຢູ່ຮ່ວມກັນຢ່າງກົມກຽວປອງດອງຂອງວັດທະນະທໍາ ລະຫວ່າງປະເທດຈີນ ກັບ ບັນດາປະເທດດັ່ງກ່າວ.

ທ້າວ Kimpor Huoth ພະນັກງານກໍາປູເຈຍເລົ່າເລື່ອງ

"ການມີສ່ວນຮ່ວມໃນການກໍ່ສ້າງ 'ໜຶ່ງແລວ ໜຶ່ງເສັ້ນທາງ' ແລະ ເປັນສັກຂີພິຍານແຫ່ງ 'ສາຍພົວພັນມິດຕະພາບລະຫວ່າງຈີນ-ກໍາປູເຈຍ'"

ທ້າວ Nyar Khant ຊາວໜຸ່ມມຽນມ້າເລົ່າເລື່ອງ

"ການຮ່ວມທຸກຮ່ວມສຸກໄດ້ສົ່ງເສີມສາຍພົວພັນຖານອ້າຍນ້ອງລະຫວ່າງຈີນ-ມຽນມ້າໃຫ້ມີຄວາມແໜ້ນແຟ້ນ"