ກະຊວງການຄ້າຈີນໃຫ້ຄຳຕອບຕໍ່ອາເມຣິກາທີ່ໄດ້ເປີດເຜີຍ “ບົດລາຍງານການປະເມີນກຳແພງການຄ້າຕ່າງປະເທດປີ 2024”

CRI, April 3, 2024
Size:

ໂດຍແນໃສ່ຫ້ອງການຜູ້ຕາງໜ້າການຄ້າອາເມຣິກາໄດ້ເປີດເຜີຍ “ບົດລາຍງານການປະເມີນກຳແພງການຄ້າຕ່າງປະເທດປີ 2024” ໃນຫວ່າງມໍ່ໆນີ້ ໄດ້ຈັດເອົາຈີນເຂົ້າໃນບັນຊີລາຍຊື່ປະເທດທີ່ຄວນຕິດຕາມອັນດັບໜຶ່ງ. ວັນທີ 2 ເມສານີ້, ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນໄດ້ເອົາໃຈໃສ່ຕໍ່ສະພາບທີ່ກ່ຽວຂ້ອງ ແລະ ເຫັນວ່າ, ນະໂຍບາຍການຄ້າຂອງປະເທດຕ່າງໆຈະເປັນກຳແພງການຄ້າຫຼືບໍ່, ຄວນຖືເອົາການລະເມີດກະຕິກາຂອງອົງການການຄ້າໂລກຫຼືບໍ່ ມາເປັນມາດຕະຖານໃນການວິນິດໄສ. ບົດລາຍງານຂອງອາເມຣິກາບໍ່ໄດ້ສະໜອງຫຼັກຖານໃດໆ ທີ່ຢືນຢັນວ່າ, ນະໂຍບາຍ ແລະ ການກະທຳທີ່ກ່ຽວຂ້ອງຂອງຈີນລະເມີດກະຕິກາຂອງອົງການການຄ້າໂລກ, ຫາກໄດ້ກ່າວຕຳໜິຢ່າງບັງອາດວ່າ: ຈີນມີນະໂຍບາຍ ແລະ ການກະທຳທີ່ເອີ້ນວ່າ “ບໍ່ແມ່ນຕະຫຼາດ” ແລະ ມີກຳແພງດ້ານການຄ້າຜະລິດຕະພັນກະສິກຳ ແລະ ນະໂຍບາຍຕົວເລກຂໍ້ມູນເປັນຕົ້ນ. ຈີນໄດ້ສະແດງຄວາມຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້.

ໂຄສົກທ່ານນີ້ກ່າວຕື່ມວ່າ: ພາຍຫຼັງຈີນເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມາ, ໃນຖານະເປັນສະມາຊິກພວມພັດທະນາທີ່ໃຫຍ່ທີ່ສຸດ, ຈີນໄດ້ຍຶດໝັ້ນສະໜັບສະໜູນຂອບການຄ້າຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງຕໍ່ເນື່ອງ, ໄດ້ປັບປຸງລະບົບເສດຖະກິດຕະຫຼາດສັງຄົມນິຍົມ ແລະ ລະບົບກົດໝາຍຂອງຕົນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ຮັບຄວາມຢືນຢັນໃນລະດັບສູງຈາກປະຊາຄົມໂລກ. ຂະນະທີ່ຝ່າຍອາເມຣິການັ້ນ, ພັດໄດ້ຍຶດໝັ້ນນະໂຍບາຍ “ອາເມຣິກາຕ້ອງມາກ່ອນ”, ເບິ່ງຂ້າມກະຕິກາການຄ້າຫຼາຍຝ່າຍ, ຂຶ້ນອັດຕາພາສີນຳເຂົ້າແຕ່ຝ່າຍດຽວຕໍ່ສິນຄ້າຕ່າງປະເທດຕາມລຳພັງໃຈ, ວາງນະໂຍບາຍອຸດສາຫະກຳທີ່ມີລັກສະນະດູໝິ່ນ, ປະຕິບັດມາດຕະການຄວບຄຸມແລະຈຳກັດການສົ່ງອອກ ແລະ ການລົງທຶນຢ່າງຊະຊາຍດ້ວຍຂໍ້ອ້າງ “ຄວາມໝັ້ນຄົງແຫ່ງຊາດ”, ຈຳກັດວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ອາເມຣິກາໃນເລື່ອງເຂົ້າຮ່ວມການຈັດຊື້ຂອງລັດຖະບານ, ຕັ້ງໃຈສ້າງກຳແພງການຄ້າຢ່າງຫຼວງຫຼາຍ ແລະ ກີດຂວາງການແຂ່ງຂັນແບບຍຸຕິທຳ. ສະມາຊິກອົງການການຄ້າໂລກ ເຊິ່ງລວມທັງຈີນໄດ້ສະແດງຄວາມສົນໃຈເປັນຢ່າງຍິ່ງຕໍ່ເລື່ອງນີ້.