PMI ໃນດ້ານຂະແໜງການຜະລິດຂອງຈີນໃນເດືອນມີນາໄດ້ເຕີບໂຕຢ່າງຊັດເຈນ

CRI, April 3, 2024
Size:


    ວັນທີ 31 ມີນານີ້, ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນ ແລະ ສູນສຳຫຼວດຂະແໜງການບໍລິການອົງການສະຖິຕິແຫ່ງຊາດຈີນໄດ້ປະກາດດັດຊະນີຜູ້ຈັດການຈັດຊື້ ຫຼື PMI ຂອງຈີນໃນເດືອນມີນາ.

    ໃນເດືອນມີນານີ້, PMI ໃນດ້ານຂະແໜງການຜະລິດຂອງຈີນແມ່ນ 50,8%, ໂດຍໄດ້ກັບຄືນສູ່ຂອບເຂດເຕີບໂຕພາຍຫຼັງຕ່ຳກວ່າ 50% ເປັນເວລາ 5 ເດືອນລຽນຕິດ. ວິສາຫະກິດ ແລະ ໂຮງງານຢູ່ແຫ່ງຕ່າງໆຂອງຈີນໄດ້ຟື້ນຟູວຽກງານໃນເດືອນມີນານີ້, ເຊິ່ງໄດ້ເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ແລະ ການຕອບສະໜອງດ້ານອຸປະກອນທີ່ກ່ຽວຂ້ອງ ເພີ່ມຂຶ້ນ ແລະ ຊຸກຍູ້ການເຕີບໂຕຂອງຂະແໜງການຜະລິດ.

 ໃນການສຳຫຼວດ 21 ຂະແໜງການໃນຄັ້ງນີ້, ມີ 15 ຂະແໜງການແມ່ນຢູ່ໃນຂອບເຂດເຕີບໂຕ. ໃນນັ້ນ, ດັດຊະນີຜູ້ຈັດການຈັດຊື້ໃນດ້ານຂະແໜງການຜະລິດເຕັກນິກສູງແມ່ນ 53,9% ເຊິ່ງແມ່ນລະດັບສູງສຸດອັນໃໝ່ຫຼັງຈາກເດືອນມັງກອນ 2022 ເປັນຕົ້ນມາ.

    ດັດຊະນີຜູ້ຈັດການຈັດຊື້ແມ່ນດັດຊະນີທີ່ຕິດຕາມກວດກາ ແລະ ຕັກເຕືອນເສດຖະກິດມະຫາພາກທີ່ນຳໃຊ້ໃນສາກົນໂດຍທົ່ວໄປ, ຕາມປົກກະຕິ, 50% ແມ່ນຕົວເລກສະພາບເສດຖະກິດໃນລະດັບກາງ, ສູງກວ່າ  50%  ກໍສະແດງໃຫ້ເຫັນວ່າເສດຖະກິດເຕີບໂຕ, ຕ່ຳກວ່າ  50% ກໍສະແດງໃຫ້ເຫັນວ່າເສດຖະກິດຫຼຸດລົງ.