ລົດໄຟໂດຍສານສາກົນຈີນ-ລາວໄດ້ເປີດຫຼາຍກວ່າ 700 ຖ້ຽວ

CRI, April 1, 2024
Size:

ວັນທີ 28 ມີນານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸ່ນໝິງວ່າ: ນັບແຕ່ລົດໄຟໂດຍສານສາກົນຈີນ-ລາວເປີດການບໍລິການໃນວັນທີ 13 ເມສາປີ 2023 ຈົນເຖິງວັນທີ 27 ມີນາປີ 2024, ລົດໄຟໂດຍສານສາກົນຈີນ-ລາວໄດ້ເປີດຫຼາຍກວ່າ 700 ຖ້ຽວ, ດຶງດູດຜູ້ໂດຍສານ 180.000 ເທື່ອຄົນຈາກ 87 ປະເທດ ແລະເຂດແຄວ້ນທ່ອງທ່ຽວລະຫວ່າງຊາດ. 

ເມື່ອສັງເກດຈາກການວິເຄາະຕໍ່ຂໍ້ມູນແລ້ວເຫັນວ່າ: ນັກທ່ອງທ່ຽວສ່ວນຫຼາຍແມ່ນມາຈາກລາວ, ໄທ ແລະມາເລເຊຍ, ຕົ້ນຕໍ້ແມ່ນໄປແຂວງຫຼວງພະບາງ ແລະນະຄອນຫຼວງວຽງຈັນຂອງລາວ ພ້ອມທັງນະຄອນຄຸ່ນໝິງ, ເມືອງຕ້າຫຼີ ແລະລີ້ຈ່ຽງຂອງແຂວງຢຸນນານຈີນ ເພື່ອການທ່ອງທ່ຽວ ແລະການແລກປ່ຽນດ້ານວັດທະນະທຳ.