ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນຢ້ຽມຢາມໄທ

CRI, April 1, 2024
Size:

ນັບແຕ່ວັນທີ 29 ຫາ 31 ມີນາຜ່ານມາ, ທ່ານຫຼິວຈ້ຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນສູນກາງພັກເດີນທາງໄປຢ້ຽມຢາມລາຊະອານາຈັກໄທ, ໄດ້ພົບປະຜູ້ນຳພັກການເມືອງໃນບັນດາພັກຮ່ວມລັດຖະບານຂອງໄທ ແລະ ເຂົ້າຮ່ວມກິດຈະກຳແລກປ່ຽນກັບຊາວໜຸ່ມໄທ.

ສອງຝ່າຍຕ່າງໄດ້ກ່າວວ່າ, ຈະຮ່ວມກັນຈັດຕັ້ງປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ ໂດຍຖືເອົາໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີທີ່ໃກ້ຈະໝູນວຽນມາເຖິງນີ້, ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນດ້ານການປົກຄອງປະເທດແລະການຄຸ້ມຄອງລັດ, ຊຸກຍູ້ການຮ່ວມມືຕົວຈິງໃນທຸກຂົງເຂດ, ເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການຂະຫຍາຍການພົວພັນລະຫວ່າງຈີນ-ອາຊຽນ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ໄທ.