ກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຄຸ້ມຄອງປ່າໄມ້ແບບຍືນຍົງຢູ່ເຂດແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ປັກກິ່ງ

lmcchina.org, March 30, 2024
Size:

ວັນທີ 21 ມີນາ 2024, ໃນໂອກາດຄົບຮອບ 8 ປີ  ຂອງ ການເລີ່ມຕົ້ນຂອບການຮ່ວມມືແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງ (LM), ກໍຄື ການຈັດກອງປະຊູມສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງປ່າໄມ້ແບບຍືນຍົງຂອງເຂດພາກພື້ນ LM ເຊິ່ງເປັນໜຶ່ງໃນກິດຈະກໍາປິ່ນອ້ອມ “ສັບປະດາ LM” ປະຈໍາປີ 2024 ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ດ້ວຍຮູບແບບປະສົມແບບ“ລະບົບເຊິ່ງໜ້າ ແລະ ລະບົບອອນລາຍ”.

ກິດຈະກໍາດັ່ງກ່າວຈັດຮ່ວມກັນໂດຍກົມຄຸ້ມຄອງປ່າໄມ້ ແລະທົ່ງຫຍ້າ ແຫ່ງຊາດ ຈີນ ກັບ ອົງການປ່າໄມ້ອາຊີ-ປາຊີຟິກ, ຊຶ່ງມີຜູ້ຕາງໜ້າ ຈາກອົງການຄຸ້ມຄອງວຽກງານປ່າໄມ້, ສະຖາບັນຄົ້ນຄວ້າວິທະຍາສາດ ຂອງ ສປ ຈີນ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ຈຳນວນ 60 ກວ່າທ່ານ ເຂົ້າຮ່ວມ. ບັນດາປະເທດໄດ້ແລກປ່ຽນບົດຮຽນຂໍ້ມູນ, ຄວາມຄືບໜ້າ ແລະ ການໃຫ້ຄໍາແນະນໍາການຮ່ວມມືຂອງໂຄງການຕ່າງໆ ເຊັ່ນ ໂຄງການການຄຸ້ມຄອງບໍລິຫານບົດບາດຂອງປ່າໄມ້ແລະ ການສ້າງຕົວແບບສາທິດຂອງນິຄົມປ່າໄມ້ຂອງລັດ, ການຜະລິດ ແລະ ການປົກປັກຮັກສາແນວພັນໄມ້ທີ່ຫາຍາກ, ການທຸລະກິດປ່າໄມ້ແບບຍືນຍົງສຳລັບເຂດປ່າສະເພາະ, ການວາງແຜນບໍລິຫານສັງລວມແລະການສ້າງຕົວແບບສາທິດລະບົບນິເວດວິທະຍາປ່າໄມ້, ການຄຸ້ມຄອງ ແລະ ການນໍາໃຊ້ປ່າໄມ້ໃນຕົວເມືອງ, ການປົກປັກຮັກສາ ແລະ ການພັດທະນາ ລະບົບນິເວດເຂດດິນຊຸ່ມສວນອຸທິຍານແຫ່ງຊາດ ເປັນຕົ້ນ.

ທ່ານ Xia Jun ຫົວໜ້າກົມຮ່ວມມືສາກົນ ຂອງ ກົມໃຫຍ່ປ່າໄມ້ ແລະ ທົ່ງຫຍ້າ ກ່າວວ່າ ກິດຈະກໍາຄັ້ງນີ້ ພໍດີກົງກັບວັນປ່າໄມ້ສາກົນ ຄັ້ງທີ 12 ແລະ “ວັນສັບປະດາ ປ່າໄມ້  LM ” ປະຈໍາປີ 2024. ຈຸດປະສົງແມ່ນແນໃສ່ຊຸກຍູ້ການແລກປ່ຽນໝາກຜົນການຮ່ວມມືທາງດ້ານການປ່າໄມ້ໃນພາກພື້ນ LM  ລະຫວ່າງບັນດາຄູ່ຮ່ວມມືທາງດ້ານເສດຖະກິດທີ່ກ່ຽວຂ້ອງ, ແບ່ງປັນຂໍ້ມູນນະໂຍບາຍດ້ານການປ່າໄມ້ຫຼ້າສຸດ, ພ້ອມທັງຮ່ວມກັນປຶກສາຫາລືການຮ່ວມມືວຽກງານການປ່າໄມ້ໃນອະນາຄົດຂອງພາກພື້ນ.

ທ່ານ ປຣີຊາ ອົງປະເສີດ ຫົວໜ້າກົມຮ່ວມມືສາກົນປ່າໄມ້, ຫ້ອງການສໍານັກງານປ່າໄມ້ແຫ່ງຊາດ ລາຊາອານາຈັກໄທ ກ່າວວ່າ ຊັບພະຍາກອນປ່າໄມ້ຂອງ 6 ປະເທດ LM ກໍາລັງພົບກັບສິ່ງທ້າທາຍໃຫຍ່, ປະກອບມີ ການຫັນເປັນອຸດສາຫະກໍາ, ການຫັນເປັນຕົວເມືອງ ແລະ ການເພີ່ມຂຶ້ນຂອງປະຊາກອນ ເຮັດໃຫ້ຄວາມຕ້ອງການຂອງມະນຸດເຮົາຕໍ່ຊັບພະຍາກອນປ່າໄມ້ນັບມື້ເພີ່ມຫຼາຍຂຶ້ນ, ນອກຈາກນັ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ເຮັດໃຫ້ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ເກີດຂຶ້ນເລື້ອຍໆ ເຊິ່ງພາໃຫ້ເກີດມີຄວາມບໍ່ແນ່ນອນ. ທ່ານ ຮຽກຮ້ອງໃຫ້ບັນດາປະເທດ ຄວນເພີ່ມທະວີການຄຸ້ມຄອງບໍລິຫານຊັບພະຍາກອນປ່າໄມ້, ຊຶ່ງສິ່ງດັ່ງກ່າວມີຄວາມສໍາຄັນຫຼາຍຕໍ່ການພັດທະນາແບບຍືນຍົງຂອງເສດຖະກິດ-ສັງຄົມຂອງພາກພື້ນ.

ປັດຈຸບັນ, ງົບປະມານຂອງອົງການປ່າໄມ້ ເຂດອາຊີ-ປາຊີຟິກ ຈຳນວນປະມານ 60%ໄດ້ຖືກນໍາໃຊ້ເຂົ້າໃນການສະໜັບສະໜູນໂຄງການດັ່ງກ່າວໃນພາກພື້ນ.