ຕຳຫຼວດຂອງຈີນແລະກຳປູເຈຍຮ່ວມມືກັນທຳລາຍສະຖານທີ່ຫຼິ້ນພະນັນແລະຫຼອກລວງທາງໂທລະຄົມຫຼາຍບ່ອນ

CRI, March 29, 2024
Size:

   ວັນທີ 28 ມີນານີ້, ສະຖານທູດຈີນປະຈຳກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ຫວ່າງກ່ອນນີ້ບໍ່ດົນ, ຕຳຫຼວດຂອງຈີນແລະກຳປູເຈຍໄດ້ດຳເນີນການຮ່ວມມືບັງຄັບໃຊ້ກົດໝາຍ, ໂດຍໄດ້ທຳລາຍສະຖານທີ່ຫຼິ້ນພະນັນແລະຫຼອກລວງທາງໂທລະຄົມຫຼາຍບ່ອນທີ່ຕັ້ງຢູ່ແຂວງສີຫານຸຂອງກຳປູເຈຍຢ່າງສຳເລັດຜົນ, ນັບມາຮອດປັດຈຸບັນໄດ້ຈັບຕົວຜູ້ຖືກກ່າວຫາສັນຊາດຈີນ 700 ກວ່າຄົນ, ເຊິ່ງໄດ້ສ້າງສະພາບແວດລ້ອມທີ່ປອດໄພແລະມີຜົນດີກວ່າເກົ່າຕໍ່ການຮ່ວມມືລະຫວ່າງສອງປະເທດໃນດ້ານເສດຖະກິດການຄ້າ, ການລົງທຶນ ແລະການທ່ອງທ່ຽວແບບປົກກະຕິ.