ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 4 ຈະຈັດຂຶ້ນຢູ່ແຂວງໄຫຫຼຳຈີນ

CRI, March 27, 2024
Size:

    ວັນທີ 25 ມີນານີ້, ພິທີເຊັນສັນຍາຄູ່ຮ່ວມມືຍຸດທະສາດທົ່ວໂລກຂອງງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນໄຫໂຂ, ແຂວງໄຫຫຼຳຂອງຈີນ.

    ຄາດວ່າງານວາງສະແດງຄັ້ງນີ້ຈະມີຍີ່ຫໍ້ຫຼາຍກວ່າ 3000 ອັນທີ່ມາຈາກ 53 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ອັງກິດ, ຣັດເຊຍ, ມົງໂກລີ ແລະ ມະເລເຊຍຈະເຂົ້າຮ່ວມງານເປັນຄັ້ງທຳອິດ.

    ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 4 ແມ່ນງານລັກສະນະສາກົນຂະໜາດໃຫຍ່ຄັ້ງທຳອິດຂອງຈີນໃນປີ 2024 ເຊິ່ງຈະຈັດຂຶ້ນໃນວັນທີ 13-18 ເມສາໜ້ານີ້.