ທີມສຳພາດຂອງສື່ມວນຊົນ-ກິດຈະກໍາການເດີນທາງໄກ LM ໄດ້ໄປຢ້ຽມຢາມຈັງຫວັດໜອງຄາຍ

lmcchina.org, March 25, 2024
Size:

ວັນທີ 8 ມີນານີ້ ຕາມເວລາທ້ອງຖິ່ນ, ທີມສຳພາດຂອງສື່ມວນຊົນ-ກິດຈະກໍາການເດີນທາງໄກ LM ພາຍໃຕ້ຫົວຂໍ້ “ດື່ມນໍ້າແມ່ນໍ້າສາຍດຽວກັນ, ສົນທະນາມິດຕະພາບ LM ຮ່ວມກັນ” ໄດ້ໄປຮອດຈັງຫວັດໜອງຄາຍທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະໄດ້ສຳພາດ ທ່ານ ລາຊັນ ຊຸນຮົວ ເຈົ້າແຂວງໜອງຄາຍ. ທັງສອງຝ່າຍໄດ້ສົນທະນາແລກປ່ຽນຄຳຄິດເຫັນນຳກັນ ຢ່າງກວ້າງຂວາງກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການພັດທະນາເສດຖະກິດຢູ່ຕາມລ້ອງແມ່ນ້ຳຂອງ, ໂອກາດການຄ້າໃໝ່ທີ່ນຳມາຈາກການຂົນສົ່ງສິນຄ້າຜ່ານທາງລົດໄຟ ຈີນ-ໄທ, ແຜນການເຊື່ອມຈອດເຊື່ອມຕໍ່ທາງລົດໄຟ ຈີນ-ລາວ-ໄທ (ຊ່ວງໜອງຄາຍ-ວຽງຈັນ).

ທ່ານ ລາຊັນ ຊຸນຮົວ ເຈົ້າແຂວງ ໜອງຄາຍ ໄດ້ກ່າວວ່າ “ພວກຂ້າພະເຈົ້າຫວັງວ່າ ຈະເລັ່ງລັດການກໍ່ສ້າງໂຄງການເສັ້ນທາງລົດໄຟ ຈີນ-ໄທ ໄລຍະສອງ ແລະ ສາມາດເຊື່ອມຈອດກັບທາງລົດໄຟ ຈີນ-ລາວ ໂດຍໄວ. ພາຍຫຼັງການເປີດນໍາໃຊ້ທາງລົດໄຟ ຈີນ-ໄທ ທີ່ເປັນທາງລົດໄຟຄວາມໄວສູງທີ່ໄດ້ມາດຕະຖານສາຍທຳອິດຂອງປະເທດໄທ, ໜອງຄາຍຈະກາຍເປັນສະຖານີແຫ່ງທຳອິດທີ່ຜູ້ໂດຍສານ ແລະ ສິນຄ້າ ຈະເຂົ້າໄປສູ່ປະເທດໄທ ເຊິ່ງຈະສ້າງພະລັງຊີວິດໃໝ່ໃຫ້ແກ່ການພັດທະນາດ້ານຕ່າງໆ, ເຊັ່ນ ດ້ານເສດຖະກິດໃນພາກພື້ນ, ການຄົມມະນາຄົມ, ການຄ້າຊາຍແດນ ແລະ ແບບແຜນການດໍາລົງຊີວິດຂອງປະຊາຊົນ ແລະວິທີການຜະລິດ ເປັນຕົ້ນ.”

ທ່ານ ເສີນ ຫ່າຍເລ ຫົວໜ້າທີມສື່ມວນຊົນໄດ້ສົ່ງຄຳເຊື້ອເຊີນອັນຈິງໃຈວ່າ ຍິນດີຕ້ອນຮັບເພື່ອນມິດປະເທດໄທໄປທ່ອງທ່ຽວປະເທດຈີນ ແລະ ໄປທ່ຽວແຂວງຊິ່ງໄຫ ເພື່ອໄປທ່ຽວຊົມທິວທັດທຳມະຊາດອັນສວຍງາມຢູ່ຍອດນ້ຳແມ່ນ້ຳລ້ານຊ້າງ, ຊອກຮູ້ຜົນສຳເລັດໃນການປົກປັກຮັກສາ ແລະ ການບໍລິຫານ ລະບົບນິເວດຢູ່ຍອດນ້ຳແມ່ນ້ຳລ້ານຊ້າງ ເຊິ່ງຈະເປັນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ເສີມສ້າງສາຍພົວພັນ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງປະຊາຊົນປະເທດ LM ດ້ວຍກັນ ອີກບາດກ້າວໜຶ່ງ.