ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມຂົນສົ່ງສິນຄ້າຫຼາຍກວ່າ 500 ຕູ້ມາດຕະຖານຕໍ່ເດືອນເປັນຄັ້ງທຳອິດ

CRI, March 25, 2024
Size:


ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງຈຳກັດແຈ້ງໃຫ້ຮູ້ເມື່ອວັນທີ 22 ມີນານີ້ວ່າ: ນັບມາຮອດວັນທີ 21 ມີນາ 2024, ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າຫຼາຍກວ່າ 500 ຕູ້ມາດຕະຖານໃນເດືອນມີນານີ້, ເຊິ່ງເປັນຄັ້ງທຳອິດທີ່ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມຂົນສົ່ງສິນຄ້າຫຼາຍຍກວ່າ500ຕູ້ມາດຕະຖານຕໍ່ເດືອນ.

ນັບແຕ່ຕົ້ນປີ 2024 ນີ້, ໄປຄຽງຄູ່ກັບການໄປມາຫາສູ່ກັນດ້ານເສດຖະກິດການຄ້າຈີນ-ຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງແລ້ວ, ການຂົນສົ່ງສິນຄ້າຂອງຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ປະຕິບັດງານຢ່າງຫຼວງຫຼາຍ ໂດຍໄດ້ຂົນສົ່ງສິນຄ້າທີ່ຈັດສົ່ງຈາກສູນລວມສິນຄ້າປົກຄຸມທົ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີກໍຄືນະຄອນແລະແຂວງຕ່າງໆຂອງຈີນທັງໝົດ 20 ກວ່າແຫ່ງເຊັ່ນ: ແຂວງກວາງຕຸ້ງ, ແຂວງເຈີີ້ຈ່ຽງ, ກຳແພງນະຄອນຊຽງໄຮ້ເປັນຕົ້ນ, ສິນຄ້າຂົນສົ່ງໄດ້ເພີ່ມຂຶ້ນເປັນ 620 ກວ່າຊະນິດ ເຊິ່ງເປັນການເພີ່ມແຮງຂັບເຄື່ອນຢ່າງບໍ່ຂາດສາຍໃຫ້ແກ່ການພັດທະນາການຄ້າລະຫວ່າງສອງປະເທດຈີນ-ຫວຽດນາມ. 

ນັບແຕ່ຕົ້ນປີ 2024 ມາຮອດວັນທີ 21 ມີນານີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມສາມາດຂົນສົ່ງສິນຄ້າໄດ້ທັງໝົດ 1168 ຕູ້ມາດຕະຖານ, ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.