ທ່ານຮານເຈີ້ງເຂົ້າຢ້ຽມຄຳນັບສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍພ້ອມດ້ວຍພະມານດາ ໂນໂຣດົມ ໂມນີນຽດ ສີຫະນຸ

CRI, March 25, 2024
Size:

ວັນທີ 21 ມີນານີ້, ທ່ານຮານເຈີ້ງ, ຮອງປະທານປະເທດຈີນໄດ້ເຂົ້າຢ້ຽມຄຳນັບສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍພ້ອມດ້ວຍພະມານດາ ໂນໂຣດົມ ໂມນີນຽດ ສີຫະນຸທີ່ນະຄອນຫຼວງປັກກິ່ງ.

ທ່ານຮານເຈີ້ງກ່າວວ່າ: ຈີນ-ກຳປູເຈຍແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີແລະຄູ່ຮ່ວມທີ່ດີ. ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງທ່ານສີຈິ້ນຜິງ ປະທານປະເທດຈີນແລະຜູ້ນຳຂອງກຳປູເຈຍ, ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ກຳປູເຈຍໄດ້ກ້າວເຂົ້າສູ່ຍຸກໃໝ່ທີ່ມີຄຸນນະພາບສູງ, ລະດັບສູງແລະມາດຕະຖານສູງ. ຈີນຍິນດີຮ່ວມກັບກຳປູເຈຍ, ຊຸກຍູ້ໃຫ້ການຮ່ວມມືດ້ານຍຸດທະສາດຮອບດ້ານລະຫວ່າງຈີນ-ກຳປູເຈຍໄດ້ຮັບຄວາມຄືບໜ້າໃໝ່.

ມເດັດ ໂນໂຣດົມ ສີຫາໂມນີ ພ້ອມດ້ວຍພະມານດາ ໂນໂຣດົມ ໂມນີນຽດ ສີຫະນຸໄດ້ສະແດງຄວາມຂອບໃຈນຳຈີນທີ່ໄດ້ສະໜອງການຊ່ວຍເຫຼືອຢ່າງບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວໃຫ້ແກ່ກຳປູເຈຍມາເປັນເວລາຍາວນານ, ຍິນດີຮ່ວມກັບຈີນປະກອບສ່ວນສ້າງປະຊາຄົມຮ່ວມຊາຕາກຳກຳປູເຈຍ-ຈີນ, ລົງເລິກການແລກປ່ຽນແລະການຮ່ວມມືໃນແຕ່ລະຂົງເຂດ.