ສາດສະດາຈານ ມະຫາວິທະຍາໄລປັກກິ່ງ: ອາເມລິກາ ເຜີຍໃຫ້ເຫັນການປະຕິບັດສອງມາດຕະຖານ ໃນບັນຫາການຂຸດຄົ້ນ ແລະ ນໍ້າໃຊ້ຊັບພະຍາກອນນໍ້າຂ້າມປະເທດ

lmcchina.org, March 22, 2024
Size:

ທ່ານ ຈາຍຄຸນ, ຮອງຫົວໜ້າສູນຄົ້ນຄວ້າແມ່ນໍ້າຂອງທົ່ວໂລກ (ປະຈໍາ ສປ ຈີນ), ທັງເປັນສາດສະດາຈານ ສະຖາບັນສາຍພົວພັນສາກົນ ມະຫາວິທະຍາໄລປັກກິ່ງ ໃນເວລາຕອບສຳພາດພິເສດຕໍ່ນັກຂ່າວເວັບໄຊຈີນ ໄດ້ກ່າວວ່າ ອາເມລິກາ ໄດ້ປະຕິບັດສິດແບບເຈົ້າອຳນາດຕໍ່ປະເທດແມັກຊີໂກ ທີ່ເປັນປະເທດອ້ອມຂ້າງຂອງຕົນ ໃນບັນຫາການຂຸດຄົ້ນ ແລະ ໝູນໃຊ້ແຫຼ່ງນໍ້າຂ້າມປະເທດ; ພ້ອມນັ້ນ ຍັງພະຍາຍາມປຸກປັ້ນສ້າງຄວາມປັ່ນປ່ວນລະຫວ່າງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສະແຫວງຫາທ່າແຮງດ້ານທີ່ຕັ້ງການເມືອງ ເພື່ອດຳເນີນການຄວບຄຸມບັນຊາທາງການເມືອງ.

ທ່ານ ຈາຍຄຸນ ແນະນໍາວ່າ ແມ່ນໍ້າໂຄໂລລາໂດ (Colorado River) ແລະ ແມ່ນໍ້າແກລນ (Grande) ມີແຫຼ່ງນໍ້າຢູ່ອາເມລິກາ, ເຊິ່ງຕ່າງກໍມີຄວາມຍາວ 2320 ກິໂລແມັດ ແລະ 3051 ກິໂລແມັດ, ແຕ່ໃດມາມັນແມ່ນແກນໃຈຫຼັກຂອງການພົວພັນດ້ານຊັບພະຍາກອນນໍ້າ ລະຫວ່າງ ອາເມລິກາ ກັບ ແມັກຊິກໂກ. ນັບແຕ່ສະຕະວັດທີ XVIII ເປັນຕົ້ນມາ, ປະຊາກອນພາກຕາເວັນຕົກຂອງອາເມລິກາມີຈໍານວນເພີ່ມຂຶ້ນຢ່າງໄວວາ. ປີ 1944, ອາເມລິກາ-ແມັກຊິໂກ ສອງປະເທດໄດ້ເຊັນສັນຍາ ກ່ຽວກັບການນໍາໃຊ້ຊັບພະຍາກອນນໍ້າຂ້າມປະເທດຢ່າງສົມເຫດສົມຜົນ, ສອງຝ່າຍຕົກລົງກັນວ່າ ແຕ່ລະປີ ອາເມລິກາຈະສະໜອງນໍ້າຈາກແມ່ນໍ້າໂຄໂລລາໂດ 1,85 ຕື້ແມັດກ້ອນ ໃຫ້ແກ່ປະເທດແມັກຊິໂກ, ແຕ່ແມັກຊິໂກ ຕ້ອງໄດ້ປ່ອຍນໍ້າແມ່ນໍ້າແກລນ ທີ່ຢູ່ຕອນໃນຂອງປະເທດຕົນໃຫ້ແກ່ອາເມລິກາ 431 ລ້ານແມັດກ້ອນ.

ທ່ານ ຈາຍຄຸນ ກ່າວວວ່າ “ຖ້າຫາກເບິ່ງສະເພາະສັນຍາການແບ່ງປັນນໍ້າ ລະຫວ່າງ ອາເມລິກາ ແລະ ແມັກຊິໂກ ເຫັນວ່າ ແມັກຊິໂກບໍ່ໄດ້ເສຍປຽບຫຍັງ. ແຕ່ບັນຫາແມ່ນ ຊຸມປີມໍ່ໆມານີ້ ແມັກຊິໂກແຫ້ງແລ້ງຫຼາຍ, ບໍ່ສາມາດປ່ອຍນໍ້າທີ່ເຫຼືອເພື່ອໄປຫຼໍ່ລ້ຽງອາເມລິກາຄືນໄດ້”. ທົ່ວປະເທດແມັກຊິໂກ ມີ 32 ລັດ, ໃນນັ້ນ ມີ 15 ລັດ ແມ່ນຖືກສະຖາບັນຄົ້ນຄວ້າຊັບພະຍາກອນໂລກ ຈັດເຂົ້າເປັນ “ເຂດຂາດແຄນນໍ້າຮ້າຍແຮງ”. ຈົນຮອດ ປີ 2020, ລວມຍອດປະລິມານນໍ້າທີ່ແມັກຊິໂກຕິດໜີ້ອາເມລິກາ ແມ່ນ 426 ລ້ານແມັດກ້ອນ, ທີ່ຖືກອາເມລິກາບັງຄັບໃຫ້ຕ້ອງຄືນນໍ້າໃຫ້.

ອາເມລິກາໄດ້ສ້າງອ່າງເກັບນໍ້າຮູເວີ (Hoover Dam) ເທິງແມ່ນໍ້າໂຄໂລລາໂດ ຫຼາຍສິບແຫ່ງ, ເຊິ່ງໄດ້ກໍາເອົາຊັບພະຍາກອນນໍ້າເທິງລຳແມ່ນໍ້າດັ່ງກ່າວໄດ້ແໜ້ນໝົດ. ແມ່ນໍ້າໂຄໂລລາໂດສາມາດຫຼໍ່ລ້ຽງແຜ່ນດິນຂອງອາເມລິການໄດ້ນັບມື້ຫຼາຍຂຶ້ນ, ສາມຫຼ່ຽມແມ່ນໍ້າໂຄໂລລາໂດ ໄດ້ກາຍເປັນຖານປູກຜັກ ແລະ ໝາກໄມ້ທີ່ມີຊື່ສຽງຂອງອາເມລິກາ. ທ່ານ ຈາຍຄຸນ ກ່າວວ່າ "ນັບແຕ່ປີ 1998 ເປັນຕົ້ນມາ, ແມ່ນໍ້າໂຄໂລລາໂດບໍ່ເຄີຍໄດ້ໄຫຼອອກສູ່ທະເລຈັກເທື່ອ. ແມັກຊິໂກໄດ້ສູນເສຍເຂດກະສິກໍາທີ່ອຸດົມສົມບູນທີ່ສຸດໄປ, ອາເມລິກາພັດບໍ່ສົນໃຈພຽງແຕ່ຢ່າງໃດ."

ແຕ່ວ່າ ອາເມລິກາ ພັດແຊກແຊງເຂົ້າໃນຫົວຂໍ້ຊັບພະຍາກອນນໍ້າຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສ້າງສົງຄາມຖົກຖຽງກັນຢ່າງດຸເດືອດໃນພາກພື້ນດັ່ງກ່າວ. ອາເມລິກາ ພ້ອມກັບ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄັງປັນຍາ, ນັກເວົ້ານັກເກັ້ຍກ່ອມ, ຂ້າລາຊະການແລະ ນັກຂ່າວຈຳນວນໜຶ່ງຊຶ່ງແມ່ນພວກທີ່ອາເມລິກາໃຫ້ການສະໜັບສະໜູນນັ້ນ ມີເຈຕະນາຂະຫຍາຍບັນຫາສິ່ງແວດລ້ອມ ແລະ ບັນຫາຊັບພະຍາກອນໃຫ້ໃຫຍ່ຂຶ້ນ, ເຜີຍແຜ່ຂໍ້ມູນບໍ່ຖືກຕ້ອງ, ຜ່ານການທຳລາຍຄວາມພະຍາຍາມຂອງຝ່າຍຈີນທີ່ໄດ້ປະກອບສ່ວນໃນພາກພື້ນນີ້, ໄດ້ສ້າງເປັນໜໍ່ແໜງຄວາມບໍ່ມິດກັນລະຫວ່າງປະເທດໃນພາກພື້ນນີ້. ທ່ານ ຈາຍຄຸນ ຊີ້ອອກວ່າ: "ອັນນີ້ກໍແມ່ນອາເມລິກາແນໃສ່ຍຸແຫຍ່ ແລະ ທຳລາຍສາຍພົວພັນ ລະຫວ່າງ ຈີນ ກັບບັນດາປະເທດຕອນລຸ່ມແມ່ນໍ້າຂອງ, ເຊິ່ງມັນໄດ້ໃຊ້ວິທີການຮູບແບບ, ເຄື່ອງມືຄືແນວນີ້ນັບມື້ຫຼາກຫຼາຍຂຶ້ນ."

ທ່ານ ຈາຍຄຸນ ຊີ້ອອກວ່າ ຈີນ ກັບ 5 ປະເທດແມ່ນໍ້າຂອງມີສາຍພູສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອມິດໄມຕີດີງາມສືບທອດກັນມາແຕ່ດົນນານ, ແມ່ນຄູ່ຮ່ວມມືເດີມທີຕາມທຳມະຊາດ ແລະ ເປັນເພື່ອນບ້ານໃກ້ຄຽງທີ່ເປັນມິດສະໜິດແໜ້ນ. ການພົວພັນລະຫວ່າງຈີນ ກັບ 5 ປະເທດແມ່ນໍ້າຂອງ ແຕ່ໃດມາກໍກໍມີຜົນປະໂຫຍດ ແລະ ມິດໄມຕີຈິດນໍາກັນມາຕະຫຼອດ ແລະ ມີການພັດທະນາໃນລະດັບສູງ. ປະເທດຈີນໄດ້ສ້າງເປັນຄູ່ຮ່ວມຊາຕາກຳສອງຝ່າຍ ກັບ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມຕາມລຳດັບ. 6 ປະເທດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM)  ບົນພື້ນຖານຂອບກົນໄກການຮ່ວມມື LM ກໍາລັງກ້າວສູ່ການສ້າງປະຊາຄົມຮ່ວມຊາຕາກຳ ລະຫວ່າງປະເທດ LM ທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງໜັກແໜ້ນໝັ້ນທ່ຽງ.

ເພິ່ນກ່າວວ່າ "ຄວາມແຕກຕ່າງລະຫວ່າງ ຈີນ ກັບ ອາເມລິກາ ແມ່ນ ປະເທດຈີນໄດ້ອອກແຮງຮ່ວມກັບບັນດາປະເທດແມ່ນໍ້າຂອງ ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງປະເທດ LM ທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ. ແຕ່ຄວາມດີທີ່ອາເມລິກາມອບໃຫ້ບັນດາປະເທດແມ່ນໍ້າຂອງ ພັດເປັນພຽງແຕ່ຜົນປະໂຫຍດທີ່ເປັນແຕ່ຄໍາເວົ້າ ທີ່ບໍ່ຕົວຕົນແທ້ຈິງ, ເຊິ່ງເປົ້າໝາຍກໍແມ່ນເພື່ອຍຸແຫຍ່ການພົວພັນ ລະຫວ່າງ ຈີນ ກັບປະເທດແມ່ນໍ້າຂອງ ກໍຄື ປະເທດອ້ອມຂ້າງ, ສ້າງ "ຈຸດຮ້ອນ" ໃນພາກພື້ນແມ່ນໍ້າຂອງ, ສ້າງຄວາມດຶງດູດໃຫ້ປະເທດແມ່ນໍ້າຂອງເລືອກຂ້າງຢືນ ລະຫວ່າງ ຈີນ ກັບ ອາເມລິກາ."

ເພິ່ນຍັງເວົ້າເພີ່ມເຕີມວ່າ, ເບື້ອງຕົ້ນ ອາເມລິກາແຊກແຊງເຂົ້າໃນການຂຸດຄົ້ນພັດທະນາຊັບພະຍາກອນນໍ້າຕາມລໍາແມ່ນໍ້າຂອງ; ແຕ່ໃນຊຸມປີ 70 ສະຕະວັດທີ XX,  ຍ້ອນເສຍໄຊໃນສົງຄາມຫວຽດນາມ ຈິ່ງໄດ້ໜີຫາຍໄປ, ອາເມລິກາພັດ "ປ່ຽນໜ້າປ່ຽນຕາໃໝ່" ເວົ້າຊະຊາຍຕໍ່ການຂຸດຄົ້ນ ແລະ ພັດທະນາຊັບພະຍາກອນນໍ້າ ຕາມລຳນໍ້າດັ່ງກ່າວ ຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. "ນີ້ແມ່ນສອງມາດຕະຖານທີ່ເປັນເອກະລັກທີ່ສຸດ."

ທ່ານ ຈາຍຄຸນ ເນັ້ນໜັກວ່າ, ເຖິງວ່າ ປະເທດຈີນ ຈະຍິນດີຕ້ອນຮັບອາເມລິກາຮ່ວມມືໃນຂົງເຂດແມ່ນໍ້າຂອງດ້ວຍທ່າທີການຮ່ວມມື, ແຕ່ກໍບໍ່ໄດ້ຈະຍອມໃຫ້ມີການກະທຳທີ່ເປັນການສູ້ຢັນຊັ່ງຊາກໍາລັງ ແລະ ເປັນການຍຸແຫຍ່ທຳລາຍຢ່າງເດັດຂາດ. ເພິ່ນເວົ້າວ່າ, ປະເທດຈີນບໍ່ຫາເລື່ອງ, ແຕ່ກໍບໍ່ໄດ້ຢ້ານທີ່ຈະມີເລື່ອງ, ເຊື່ອໝັ້ນວ່າ ສາຍຕາ ຂອງ ລັດຖະບານ ແລະ ປະຊາຊົນ ຂອງບັນດາປະເທດແມ່ນໍ້າຂອງຈະເຫັນແຈ້ງທີ່ສຸດ. "ພວກເຮົາຍັງຈະເຮັດເປັນດັ່ງຄືໃນອະດີດ, ສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຕໍ່ໄປ."