ຊ່ຽວຊານຊີ້ອອກວ່າ ການປ່ຽນແປງຂອງດິນຟ້າອາກາດ ສົ່ງຜົນສະທ້ອນຢ່າງເດັ່ນຊັດຕໍ່ການປ່ຽນແປງຂອງອຸທົກກະສາດ ຂອງເຂດລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM)

lmcchina.org, March 21, 2024
Size:

ທ່ານ ຖຽນຟູ້ສຽງ, ສາດສະດາຈານຂອງພາກວິຊາວິສາວະກໍາໄຟຟ້າພະລັງງານນໍ້າ ມະຫາວິທະຍາໄລຊິ່ງຮົວ ກ່າວວ່າ, ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນສະທ້ອນຢ່າງເດັ່ນຊັດຕໍ່ເງື່ອນໄຂລະບົບອຸທົບກະສາດຂອງຂອງເຂດລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM), ເຊິ່ງຂໍ້ມູນຕົວເລກຊີ້ໃຫ້ເຫັນຈະແຈ້ງວ່າ ໃນໄລຍະ 120 ປີຜ່ານມາ, ການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນສະພາບອາກາດສຸດຂົ້ວ ເຮັດໃຫ້ເກີດຄວາມແຫ້ງແລ້ງຫຼາຍຂຶ້ນ.

ທ່ານ ຖຽນຟູ້ສຽງ ກ່າວວ່າ “ໃນລະຫວ່າງໄລຍະ 10 ປີ ກໍຄືແຕ່ປີ 2010 ຫາ ປີ 2020 ມີເຫດການໄພແຫ້ງແລ້ງເກີດຂຶ້ນຢ່າງເດັ່ນຊັດ, ຕົວຢ່າງວ່າ ໃນປີ 2016 ແລະ ໄລຍະປີ 2019-2020 ເກີດໄພແຫ້ງແລ້ງໜັກໜ່ວງ, ເຊິ່ງສາເຫດຕົ້ນຕໍແມ່ນເກີດຂຶ້ນຈາກປາກົດການເອນນີໂຢ, ຫາກບໍ່ແມ່ນເກີດຈາກການສ້າງເຂື່ອນໄຟຟ້າ ຫຼື ປັດໄຈອື່ນໆແຕ່ຢ່າງໃດ”.

ຂໍ້ສະຫຼຸບຂອງເພິ່ນ ແມ່ນຢູ່ບົນພື້ນຖານໝາກຜົນໄລຍະທຳອິດຂອງ“ການຄົ້ນຄວ້າຮ່ວມກ່ຽວກັບການປ່ຽນແປງຂອງລະບົບອຸທົກກະສາດຂອງເຂດລ້ອງ LM ແລະ ການໃຊ້ວິທີການຮັບມືຢ່າງເໝາະສົມ”, ເຊິ່ງແມ່ນຜົນການຄົ້ນຄວ້າຮ່ວມກັນ ລະຫວ່າງ ສູນຮ່ວມມືດ້ານຊັບພະຍາກອນ LM ແລະ ກອງເລຂາຄະນະກຳມະການແມ່ນໍ້າຂອງ.

ທີມງານຄົ້ນຄວ້າໄດ້ໝູນໃຊ້ ດັດຊະນີນໍ້າຝົນຕາມມາດຕະຖານ (SPI), ດັດຊະນີການລະເຫີຍຫາຍຂອງນໍ້າຝົນຕາມມາດຕະຖານ (SPEI) ແລະ ດັດຊະນີການໄຫຼຕາມພື້ນຜິວດິນຂອງນໍ້າຕາມມາດຕະຖານ (SRI) ເພື່ອວິເຄາະສະພາບຄວາມແຫ້ງແລ້ງ, ດັດຊະນີດັ່ງກ່າວ ແມ່ນຄິດໄລ່ຕາມຊຸດຂໍ້ມູນ CRU TS, ERA5-LAND ແລະ CHIRPS.

ບົດລາຍງານເຕັກນິກໄລຍະທຳອິດທີ່ສຳເລັດໃນເດືອນສິງຫາ ປີ 2023 ໄດ້ວິເຄາະກ່ຽວກັບໄພແຫ້ງແລ້ງ ເຊັ່ນ ທ່າອ່ຽງໄລຍະຍາວ, ອັດຕາເກີດ, ລະດັບຄວາມແຮງ, ການແກ່ຍາວໄລຍະເວລາ, ລວມທັງຜົນສະທ້ອນຂອງປາກົດການເອນນີໂຢ, ພ້ອມທັງໄດ້ຂໍ້ສະຫຼຸບວ່າ: ການປ່ຽນແປງຂອງດິນຟ້າອາກາດສົ່ງຜົນສະທ້ອນຢ່າງຈະແຈ້ງຕໍ່ເຂດລ້ອງແມ່ນໍ້າ.

ບົດລາຍງານຊີ້ໃຫ້ເຫັນວ່າ, ໄລຍະປີ 2000-2009 ແລະ ປີ 2010-2020, ການຄົ້ນຄວ້າກ່ຽວກັບການປ່ຽນແປງຂອງອັດຕາຄວາມຖີ່ການເກີດໄພແຫ້ງແລ້ງໃນແງ່ອຸຕຸນິຍົມວິທະຍາ (ຄ່າ SPI ທີ່ໄດ້ຮັບ ຈາກການວິເຄາະຂໍ້ມູນອຸຕຸນິຍົມດ້ວຍການຈໍາລອງແບບ CHIRPS) ແລະການປ່ຽນແປງຂອງອັດຕາຄວາມຖີ່ການເກີດໄພແຫ້ງແລ້ງໃນແງ່ສະພາບອຸທົກກະສາດຂອງພາກພື້ນ (ຄ່າ SRI ທີ່ໄດ້ມາຈາກການວິເຄາະດ້ວຍການຈໍາລອງແບບ VIC) ໄດ້ສະແດງໃຫ້ເຫັນວ່າ, ການປ່ຽນແປງສອງຮູບແບບດັ່ງກ່າວມີຄວາມຄ້າຍຄືກັນຫຼາຍ. ສະພາບການແຫ້ງແລ້ງຂອງເຂດລ້ອງ LM  ແມ່ນເກີດຂຶ້ນຈາກ ປາກົດການເອນນີໂຢ, ເຊິ່ງລະດັບຄວາມແຮງຂອງມັນ ສ່ອງແສງໃຫ້ເຫັນດັດຊະນີທີ່ດີອັນໜຶ່ງ ຂອງລະດັບຄວາມແຫ້ງແລ້ງຫຼາຍຂອງເຂດລ້ອງດັ່ງກ່າວ.

ທ່ານ ຖຽນຟູ້ສຽງ ກ່່າວວ່າ, ການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ລວມທັງໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມຮ້າຍແຮງກວ່າເກົ່າ ທີ່ເກີດຂຶ້ນຍ້ອນການປ່ຽນແປງດັ່ງກ່າວ ຈະສົ່ງຜົນກະທົບນັບມື້ນັບຮ້າຍແຮງຂຶ້ນຕໍ່ການປ່ຽນແປງຂອງລະບົບອຸທົກກະສາດຕາມລຳແມ່ນໍ້າ, ສະນັ້ນ ບັນດາປະເທດຕາມລຳແມ່ນໍ້າດັ່ງກ່າວ ຄວນແລກປ່ຽນຂໍ້ມູນດ້ານອຸທົກກະສາດຮ່ວມກັນໃຫ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງແມ່ນເລື່ອງທີ່ມີຄວາມສໍາຄັນຫຼາຍ.

ເພິ່ນຍັງໄດ້ກ່າວວ່າ ເວທີການແບ່ງປັນຂໍ້ມູນຂ່າວສານ ພາຍໃຕ້ຂອບການຮ່ວມມື LM ແມ່ນກົນໄກສໍາຄັນໃນການຊຸກຍູ້ຂັ້ນຕອນດັ່ງກ່າວ. ນອກຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ປັດໄຈທາງທຳມະຊາດອື່ນໆແລ້ວ, ການເຄື່ອນໄຫວຂອງມະນຸດ ເຊັ່ນ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການບໍລິຫານຈັດການຊັບພະຍາກອນນໍ້າ ກໍລ້ວນແຕ່ຈະສົ່ງຜົນສະທ້ອນເຊິ່ງກັນແລະກັນ, ທັງຈະສົ່ງຜົນສະທ້ອນຕໍ່ລະດັບປະລິມານລວມຂອງນໍ້າ, ໄລຍະເວລາ, ການແຈກຢາຍຂອງປະລິມານນໍ້າຂອງລຳແມ່ນໍ້າດັ່ງກ່າວ ແລະ ອື່ນໆ. ທ່ານ ຖຽນຟູ້ສຽງ ກ່າວວ່າ “ການປ່ຽນແປງທາງດ້ານອຸທົກກະສາດ ແມ່ນສິ່ງທີ່ເກີດຂຶ້ນຢູ່ຕະຫຼອດເວລາ, ທັງເປັນປັດໄຈຫຼັກທີ່ມີການປ່ຽນແປງໄປຕາມແຕ່ລະພືີ້ນທີ່ ແລະ ເວລາ, ສະນັ້ນ, ຕ້ອງໄດ້ມີການວິເຄາະຕາມສະພາບການຕົວຈິງຢ່າງລະອຽດ”. ເພິ່ນຍັງໄດ້ຊີ້ອອກວ່າ ຄວນເບິ່ງຜົນສະທ້ອນ ແລະ ການປ່ຽນແປງຂອງບັນຫານີ້ຢ່າງຖືກຕ້ອງ, ຕັ້ງໜ້າດຳເນີນການບັນເທົາ ແລະ ປະຕິບັດມາດຕະການທີ່ເໝາະສົມ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດແມ່ນໍ້າລ້ານຊ້າງ -ແມ່ນໍ້າຂອງຄວນເພີ່ມທະວີການປະສານງານ ແລະ ການຮ່ວມມື ບົນພື້ນຖານຫຼັກການການນໍາໃຊ້ຊັບພະຍາກອນນໍ້າຢ່າງທ່ຽງທໍາ ແລະ ສົມເຫດສົມຜົນ, ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ສົ່ງຜົນຕໍ່ຊັບພະຍາກອນນໍ້າ.