ຊ່ຽວຊານຊີ້ອອກວ່າ ເຂື່ອນໄຟຟ້າຂອງຈີນມີຜົນດີຕໍ່ການດັດປັບການໄຫຼຂອງນໍ້າແມ່ນໍ້າຂອງ ໃນເວລາພົບກັບສະພາບອາກາດສຸດຂົ້ວ

lmcchina.org, March 20, 2024
Size:

ມໍ່ໆມານີ້ຊ່ຽວຊານຊີ້ອອກວ່າ, ເຂື່ອນໄຟຟ້າຂອງຈີນ ໄດ້ມີຜົນດີຕໍ່ການດັດປັບການໄຫຼຂອງນໍ້າແມ່ນໍ້າຂອງ, ເຊິ່ງໄດ້ເປັນການຊ່ວຍບັນດາປະເທດແມ່ນໍ້າຂອງ ຍາມສຸກເສີນໃນເວລາພົບພໍ້ກັບສະພາບອາກາດສຸດຂົ້ວ.

ທ່ານ ຫຼູກວ່າງເຊີ້ງ, ຫົວໜ້າສະຖາບັນການພົວພັນສາກົນ ມະຫາວິທະຍາໄລແຂວງຢູນານ ກ່າວວ່າ ໃນໄລຍະນໍ້າແຫ້ງ ແລະ ໄລຍະນໍ້າຫຼາຍ ເຂື່ອນໄຟຟ້າຂອງຈີນ ສາມາດມີບົດບາດໃນການດັດປັບການໄຫຼຂອງນໍ້າ.

ທ່ານ ຖຽນຟູ້ສຽງ, ສາດສະດາຈານ ສາດສະດາຈານຂອງພາກວິຊາວິສາວະກໍາໄຟຟ້າພະລັງງານນໍ້າ ມະຫາວິທະຍາໄລຊິ່ງຮົວ ຊີ້ອອກວ່າ, ຊັບພະຍາກອນປະລິມານນໍ້າຈາກແມ່ນໍ້າລ້ານຊ້າງທີ່ຢູ່ພາຍໃນປະເທດຈີນ ໄຫຼອອກໄປຕ່າງປະເທດ ໄດ້ກວມເອົາພຽງແຕ່ 13,5% ຂອງປະລິມານນໍ້າຈາກແມ່ນໍ້າຂອງ ທີ່ໄຫຼລົງສູ່ທະເລ, ເຊິ່ງນີ້ໝາຍຄວາມວ່າ ຜົນກະທົບຂອງໂຄງການເຂື່ອນໄຟຟ້າຂອງຈີນ ທີ່ສົ່ງຕໍ່ການໄຫຼຂອງນໍ້າໃນຕອນລຸ່ມແມ່ນໍ້າຂອງນັ້ນເປັນຜົນກະທົບທີ່ມີຈໍາກັດ.

ທ່ານ ຖຽນຟູ້ສຽງ ອະທິບາຍວ່າ ໂຄງການໄຟຟ້າພະລັງງານນໍ້າບໍ່ໄດ້ສິ້ນເປືອງຊັບພະຍາກອນນໍ້າ, ຫາກແມ່ນການໝູນໃຊ້ພະລັງງານນໍ້າ, ພ້ອມນັ້ນ ມັນຍັງຊ່ວຍໃນການດັດປັບການໄຫຼຂອງນໍ້າຢູ່ເທິງພື້ນຜິວດິນຕາມທຳມະຊາດ. ເພິ່ນຍັງໄດ້ເວົ້າເພີ່ມເຕີມວ່າ ການຂຸດຄົ້ນ, ພັດທະນາ ແລະ ໝູນໃຊ້ແມ່ນໍ້າລ້ານຊ້າງຂອງຈີນ ຕົ້ນຕໍແມ່ນການຜະລິດພະລັງງານນໍ້າ, ນີ້ແມ່ນພະລັງງານສະອາດແບບໜຶ່ງ, ເພິ່ນຍັງໄດ້ສັງເກດໄວ້ວ່າ, ຢູ່ຕາມສາຂາແມ່ນໍ້າທີ່ໄຫຼຜ່ານປະເທດລາວ ກໍມີອ່າງເກັບນໍ້າ ແລະ ເຂື່ອນໄຟຟ້າຄືກັນ.

ຄະນະກຳມະການແມ່ນໍ້າຂອງ, ສູນຮ່ວມມືຊັບພະຍາກອນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສະຖາບັນຄົ້ນຄວ້າວິທະຍາສາດເຕັກໂນໂລຊີຊັບພະຍາກອນນໍ້າ ແລະ ພະລັງງານນໍ້າຈີນ ແລະ ສະຖາບັນຄົ້ນຄວ້າການຄຸ້ມຄອງນໍ້າສາກົນ ໄດ້ຮ່ວມກັນເຮັດການຄົ້ນຄວ້າໜຶ່ງ ເຫັນວ່າ ເຂື່ອນໄຟຟ້າແບບຂັ້ນໄດຂອງແມ່ນໍ້າລ້ານຊ້າງ ມີຜົນສະທ້ອນທີ່ຕັ້ງໜ້າ ຕໍ່ປະລິມານການໄຫຼ ແລະ ລະດັບນໍ້າຂອງແມ່ນໍ້າຂອງ ໃນລະດູແລ້ງ.

ອີງຕາມຂໍ້ມູນໃຫ້ຮູ້ວ່າ ຍ້ອນມີການດັດປັບຂອງເຂື່ອນໄຟຟ້າແບບຂັ້ນໄດຂອງແມ່ນໍ້າລ້ານຊ້າງ, ໄລຍະລະດູຮ້ອນ ປີ 2012-2013 ເຮັດໃຫ້ປະລິມານການໄຫຼຂອງນໍ້າ ປະຈໍາເດືອນ ແລະ ລະດັບນໍ້າ ຂອງ ສະຖານີຊຽງແສນ ລ້ວນແຕ່ສູງກວ່າລະດັບສະເລ່ຍຫຼາຍປີຜ່ານມາ.

ປະລິມານນໍ້າຝົນໃນແຕ່ລະເດືອນ ຕາມເຂດລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

(ແຫຼ່ງຂໍ້ມູນ: ຄະນະກໍາມະການແມ່ນໍ້າຂອງ)

ປີ 2019, ເຂດລ້ອງແມ່ນໍ້າຂອງຖືກກະທົບຈາກໄພແຫ້ງແລ້ງຮ້າຍແຮງສຸດຂົ້ວ, ເຮັດໃຫ້ປະລິມານການໄຫຼຂອງນໍ້າຫຼຸດລົງຢ່າງເດັ່ນຊັດ. ພ້ອມນັ້ນ, ແຂວງຢູນນານ ທີ່ນອນຢູ່ເຂດລ້ອງແມ່ນໍ້າລ້ານຊ້າງ ກໍພົບກັບໄພແຫ້ງແລ້ງຄັ້ງຮ້າຍແຮງຄືກັນ. ຈາກຕອນເທິງແມ່ນໍ້າ ຮອດຕອນລຸ່ມແມ່ນໍ້າ, ສະພາບອາກາດສຸດຂົ້ວໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນທີ່ຢູ່ເຂດລ້ອງລຳແມ່ນໍ້າດັ່ງກ່າວທັງໝົດ.

ບົດລາຍງານ ຂອງ ສະຖາບັນວາງແຜນ ແລະ ອອກແບບເຂື່ອນໄຟຟ້ານໍ້າຕົກ ແລະ ຊົນລະປະທານ ໃນປີ 2022 ໄດ້ເປີດເຜີຍໃຫ້ຮູ້ວ່າ, ສາເຫດຕົ້ນຕໍທີ່ເຮັດໃຫ້ເກີດໄພແຫ້ງແລ້ງຄັ້ງໃຫຍ່ແມ່ນຍ້ອນໄລຍະລະດູຝົນສັ້ນລົງ, ປະລິມານຝົນໃນຍາມລົມມໍລະສຸມຫຼຸດລົງ, ປາກົດການເອນນີໂຢ (El Niño phenomenon) ເຮັດໃຫ້ມີອຸນຫະພູມສູງ ແລະ ມີການລະເຫີຍອາຍແຮງຜິດປົກກະຕິ.

ເຖິງວ່າຈະປະເຊີນໜ້າກັບປະລິມານນໍ້າຝົນທຳມະຊາດຫຼຸດລົງຫຼາຍກໍຕາມ, ໃນລະດູແລ້ງປີ 2019, ສະຖານີໄຟຟ້ານົ້ວຈາຕູ ແລະສະຖານີໄຟຟ້າສຽວວ່ານ ທີ່ເປັນສະຖານີໄຟຟ້ານໍ້າຕົກຂັ້ນໄດຫຼັກທີ່ຕັ້ງຢູ່ລຳແມ່ນໍ້າລ້ານຊ້າງ 2 ແຫ່ງນີ້ ນອກຈາກສາມາດປ່ອຍນໍ້າທີ່ໄຫຼເຂົ້າຂອງນໍ້າໄຫຼຕາມພື້ນຜິວດິນໃນໄລຍະດຽວກັນອອກໄດ້ໝົດແລ້ວ, ຍັງສາມາດລະບາຍນໍ້າໃນອ່າງເກັບນໍ້າທີ່ກັກເກັບໄວ້ແຕ່ດົນໄດ້ອີກ, ເຊິ່ງໄດ້ເຮັດໃຫ້ປະລິມານນໍ້າໄຫຼຂອງຕອນລຸ່ມແມ່ນໍ້າເພີ່ມຂຶ້ນ.

ຂໍ້ມູນໃນບົດລາຍງານຍັງໄດ້ຊີ້ອອກວ່າ, ໃນລະດູແລ້ງ ປີ 2019, ອ່າງເກັບຮັກສານໍ້າ ໄດ້ທົດແທນນໍ້າໃຫ້ແກ່ພື້ນທີ່ຕອນລຸ່ມແມ່ນໍ້າຫຼາຍເຖິງ 17 ຕື້ແມັດກ້ອນ ດ້ວຍນໍ້າທີ່ກັກເກັບໄວ້, ກວມເອົາ 14,7% ຂອງປະລິມານການໄຫຼນໍ້າຕາມພື້ນຜິວດິນສະເລ່ຍໃນຫຼາຍປີຜ່ານມາ ຂອງ ສະຖານີຊຽງແສນ. ສະຖານີອຸທົກກະສາດຊຽງແສນ ແມ່ນສະຖານີອຸທົກກະສາດແຫ່ງທຳອິດ ຂອງ ແມ່ນໍ້າລ້ານຊ້າງທີ່ໄຫຼເຂົ້າສູ່ແຫຼມອິນດູຈີນ.

ທ່ານ ຫລີກົວອິງ, ລັດຖະມົນຕີ ກະຊວງຊັບພະຍາກອນນໍ້າ ສປ ຈີນ ໃນເວລາເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງ ຄະນະກຳມະການແມ່ນໍ້າຂອງ ຄັ້ງທີ 4 ມີຄໍາເຫັນວ່າ ຝ່າຍຈີນໄດ້ດັດສົມເຂື່ອນໄຟຟ້າແບບຂັ້ນໄດຢູ່ແມ່ນໍ້າລ້ານຊ້າງຕາມຫຼັກວິທະຍາສາດ, ໄດ້ເສີມຂະຫຍາຍບົດບາດການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ ແບບ ດັດສົມໃນເວລານໍ້າຫຼາຍ ແລະ ທົດແທນໃນເວລາແຫ້ງແລ້ງ, ຊ່ວຍໃຫ້ບັນດາປະເທດແມ່ນໍ້າຂອງໄດ້ຮັບມືກັບສະພາບໄພແຫ້ງແລ້ງໄດ້ຢ່າງມີປະສິດທິຜົນ, ທັງເຮັດໃຫ້ບໍ່ເກີດໄພພິບັດຄັ້ງໃຫຍ່ ໃນປີທີ່ມີໄພແຫ້ງແລ້ງຮ້າຍແຮງ.

ເພື່ອເຮັດໃຫ້ໂຄງການເຂື່ອນໄຟຟ້ານໍ້າຕົກຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງພັດທະນາໄປແບບຍືນຍົງ, ທ່ານ ຫຼູກວ່າງເຊີ້ງ ສະເໜີໃຫ້ມີການອອກແຮງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງໂປ່ງໃສ. ຕົວຢ່າງ ປະເທດຈີນໄດ້ປະຕິບັດຄໍາໝັ້ນສັນຍາ, ກໍຄືໃນວັນທີ 30 ມັງກອນ 2020 ໄດ້ເປີດເວທີແບ່ງປັນຂໍ້ມູນຂ່າວສານຂອງການຮ່ວມມືດ້ານຊັບພະຍາກອນນໍ້າຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ທ່ານ ຫຼູກວ່າງເຊິ້ງ ກ່າວວ່າ ການນໍາໃຊ້ເຕັກນິກດີຈີຕອນ ແລະ ມີໂມເດວທີ່ສຸກງອມ ພາຍໃຕ້ກົນໄກການນຮ່ວມມືໃນຂອບແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສະໜອງ ແລະ ແບ່ງປັນຂໍ້ມູນທີ່ໜ້າເຊື່ອຖື ກໍແມ່ນເລື່ອງສຳຄັນຫຼາຍເຊັ່ນກັນ, ເຊິ່ງຈະມີຜົນດີຕໍ່ການຍົກສູງຄວາມຊັດເຈນຖືກຕ້ອງ ແລະ ປະສິດທິຜົນໃນການຕັດສິນບັນຫາໄດ້ດີຂຶ້ນ.