ການຮ່ວມມືດ້ານຊັບພະຍາກອນນ້ຳພາຍໃຕ້ຂອບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີໃນພາກພື້ນ

lmcchina.org, March 19, 2024
Size:

ເມື່ອປະເຊີນໜ້າກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກທີ່ນັບມື້ນັບຮ້າຍແຮງຂຶ້ນ, ຫົກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ໄດ້ຮ່ວມກັນທຳຄວາມພະຍາຍາມເພື່ອຮັບມື້ກັບສິ່ງທ້າທາຍດ້ານຊັບພະຍາກອນນ້ຳ ເພື່ອຊຸກຍູ້ການພັດທະນາທາງດ້ານເສດຖະກິດ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງພາກພື້ນ.

ທ່ານ ສຈ. ຊົ້ງຊິ່ງເຣິ້ນ (Song Qingrun) ຈາກສະຖາບັນອາຊີ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ໄດ້ກ່າວວ່າ ນ້ຳແມ່ນແຫຼ່ງຊີວິດ, ແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງແມ່ນແມ່ນ້ຳຂ້າມຊາດທີ່ສຳຄັນໃນພາກພື້ນ ແລະ ການຮ່ວມມື LM ກໍແມ່ນກຳເນີດເກີດຂຶ້ນຍ້ອນນ້ຳ. ຫົກປະເທດທີ່ເຂົ້າຮ່ວມການຮ່ວມມື LM ໄດ້ຮັບຮູ້ເຖິງຄວາມຫາຍາກ ແລະ ຄວາມສຳຄັນຂອງຊັບພະຍາກອນນ້ຳ ນັບມື້ນັບເລິກເຊິ່ງຂຶ້ນຕື່ມ ແລະ ຮັບຮູ້ວ່າ ການດຳເນີນການຮ່ວມມືດ້ານຊັບພະຍາກອນນ້ຳໂດຍດີ ແມ່ນມີຄວາມໝາຍສຳຄັນໃນການຊຸກຍູ້ການຮ່ວມມືໂດຍລວມລະຫວ່າງປະເທດຢູ່ຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນຊຸມປີທີ່ຜ່ານມາ, ການຮ່ວມມືດ້ານຊັບພະຍາກອນນ້ຳພາຍໃຕ້ຂອບ LM ໄດ້ມີຄວາມຄືບໜ້າຢ່າງເດັ່ນຊັດ. ການປະເມີນຜົນຕໍ່ການປະຕິບັດ ແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM 5 ປີ (2018-2022) ໄດ້ຊີ້ໃຫ້ເຫັນວ່າ ໃນ 5 ປີທີ່ຜ່ານມາ, ການຮ່ວມມືດ້ານຊັບພະຍາກອນນ້ຳ LM ໄດ້ສ້າງຕັ້ງກົນໄກການຮ່ວມມືທີ່ຂ້ອນຂ້າງສົມບູນໃນຂັ້ນພື້ນຖານ, ການແລກປ່ຽນຂໍ້ມູນຂ່າວສານໄດ້ຮັບການເສີມຂະຫຍາຍອີກກ້າວໜຶ່ງ, ຄວາມສາມາດການບໍລິຫານຊັບພະຍາກອນນ້ຳຂອງຫົກປະເທດໄດ້ຮັບການຍົກສູງຂຶ້ນ, ການຮ່ວມມືທີ່ເປັນຮູບປະທຳທີ່ມີ ໂຄງການນ້ຳສະອາດ LM ເປັນຕົວແທນນັ້ນ ໄດ້ນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນຈຳນວນຫຼວງຫຼາຍຂອງທ້ອນຖິ່ນ ເຊິ່ງລະດັບການມີສ່ວນຮ່ວມ ແລະ ຄວາມຮັບຮູ້ຂອງປະຊາຊົນກໍໄດ້ສູງຂຶ້ນຢ່າງຕໍ່ເນື່ອງ.

ອີງຕາມແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM 5 ປີ (2023-2027), ຫົກປະເທດທີ່ເຂົ້າຮ່ວມການຮ່ວມມື LM ໄດ້ຕົກລົງເຫັນດີປັບປຸງຂອບການຮ່ວມມືດ້ານຊັບພະຍາກອນນ້ຳ LM, ເຫັນດີຈັດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ ແລະ ກອງປະຊຸມເວທີປຶກສາຫາລືກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳເປັນປະຈຳ, ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານການບໍລິຫານໃນທົ່ວລ້ອງແມ່ນ້ຳ ເຊັ່ນ ການພັດທະນາ ແລະ ການນຳໃຊ້ຊັບພະຍາກອນນ້ຳຢ່າງຍືນຍົງ, ການແລກປ່ຽນຂໍ້ມູນອຸທົກກະສາດ, ການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ, ການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມບຸກຄະລາກອນ ເປັນຕົ້ນ.

ທ່ານ ສຈ. ຊົ້ງຊິ່ງເຣິ້ນ ກ່າວວ່າ ແຜນການປະຕິບັດງານດັ່ງກ່າວບໍ່ພຽງແຕ່ໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາ ແລະ ການຮ່ວມມືດ້ານຊັບພະຍາກອນນ້ຳໃນທົ່ວລ້ອງແມ່ນ້ຳໃນຫຼາຍປີຕໍ່ໜ້ານີ້ ຍັງໄດ້ລະບຸຢ່າງລະອຽດເນື້ອໃນຈຸດສຸມຂອງການຮ່ວມມືຈຳນວນໜຶ່ງ ເຊັ່ນ ມາດຕະການ ແລະໂຄງການຕ່າງໆ, ເຊິ່ງຍ່ອມຈະຊຸກຍູ້ໃຫ້ການພັດທະນາ ແລະ ການຮ່ວມມືດ້ານຊັບພະຍາກອນນ້ຳໃນທົ່ວລ້ອງແມ່ນ້ຳໃຫ້ກ້າວໄປສູ່ລະດັບໃໝ່, ເຮັດໃຫ້ຊັບພະຍາກອນນ້ຳໃນທົ່ວລ້ອງແມ່ນ້ຳນຳເອົາຜົນປະໂຫຍດໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເປັນຢ່າງດີກວ່າເກົ່າ, ທັງຈະເປັນບົດຮຽນທີ່ມີຄ່າສໍາລັບການຮ່ວມມືດ້ານຊັບພະຍາກອນນ້ຳໃນພາກພື້ນ ກໍຄື ໃນໂລກທີ່ມີລັກສະນະຄ້າຍຄືກັກັບພາກພື້ນ LM.

ທ່ານ ຫຼີສຽງ (Li Qiang) ນາຍົກລັດຖະມົນຕີ ສປ ຈີນ ໃນເມື່ອເຂົ້າຮ່ວມກອງປະຊຸມຜູ້ນຳຄັ້ງທີ 4 ຂອງຂອບການຮ່ວມມື LM ຜ່ານຮູບແບບວິດີໂອທາງໄກໃນຕອນບ່າຍຂອງວັນທີ 25 ທັນວາ 2023 ໄດ້ໃຫ້ຂໍ້ສະໜີໃນການຊຸກຍູ້ການຮ່ວມມືສີຂຽວ, ການເຄົາລົບສິດຜົນປະໂຫຍດອັນຊອບທຳຂອງປະເທດຕ່າງໆຢ່າງເຕັມສ່ວນໃນການພັດທະນາ ແລະ ນຳໃຊ້ຊັບພະຍາກອນນ້ຳຢ່າງສົມເຫດສົມຜົນ, ແລະການເອົາໃຈໃສ່ບັນຫາທີ່ຕິດພັນກັບຜົນປະໂຫຍດຂອງກັນແລະກັນ. ທ່ານໄດ້ກ່າວວ່າ ປະເທດຈີນຍິນດີຮ່ວມກັບບັນດາປະເທດຄົ້ນຄວ້າປຶກສາຫາລືກ່ຽວກັບການດຳເນີນການຮ່ວມມືດ້ານການບໍລິຫານທົ່ວລ້ອງແມ່ນ້ຳ LM ແລະບັນຫາອື່ນໆ, ຍູ້ແຮງຊຸກຍູ້ການຮ່ວມມືໃນການຫັນປ່ຽນດ້ານພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມແລະດ້ານອື່ນໆ. 

ທ່ານ ສຈ. ຊົ້ງຊິ່ງເຣິ້ນ ຍັງໄດ້ກ່າວວ່າ ໃນອະນາຄົດ 6 ປະເທດ LM ຍັງຈະສາມາດແກ້ໄຂຂໍ້ຂັດຂ້ອງຮ່ວມກັນໂດຍຜ່ານການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ເພື່ອຕອບສະໜອງຢ່າງດີກວ່າເກົ່າຄວາມເອົາໃຈໃສ່ໃນການນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງຢ່າງສົມເຫດສົມຜົນ, ເພີ່ມທະວີການການປະສານງານດ້ານນະໂຍບາຍຂອງກັນແລະກັນ, ເພີ່ມທະວີການສ້າງຂີດຄວາມສາມາດທີ່ກ່ຽວຂ້ອງຂອງປະເທດທີ່ຢູ່ລ້ອງແມ່ນ້ຳ, ປະຕິບັດເນື້ອໃນຂອງການຮ່ວມມືດ້ານຊັບພະຍາກອນນໍ້າທີ່ກ່ຽວຂ້ອງຂອງແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM 5 ປີ (2023-2027) ເຊິ່ງຈະປະກອບສ່ວນເຂົ້າໃນການຮັບປະກັນການນຳໃຊ້ຢ່າງຍຸຕິທຳ ແລະ ຍືນຍົງຕໍ່ຊັບພະຍາກອນນ້ຳ LM.

ເລີ່ມແຕ່ປີ 2020 ເປັນຕົ້ນມາ, ຝ່າຍຈີນກໍໄດ້ເລີ່ມແບ່ງປັນຂໍ້ມູນຕະຫຼອດປີທີ່ກ່ຽວຂ້ອງກັບອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ, ທັງໄດ້ຮ່ວມກັນສ້າງເວທີຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນແຫ່ງການຮ່ວມມືດ້ານຊັບພະຍາກອນນ້ຳ LM. ທ່ານ ສຈ. ຊົ້ງຊິ່ງເຣິ້ນ ເຫັນວ່າ ມາດຕະການດັ່ງກ່າວຍ່ອມຈະຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳໃຫ້ໄປສູ່ລະດັບສູງກວ່າເກົ່າ ເຊິ່ງຈະເປັນຜົນດີຕໍ່ບັນດາປະເທດຢູ່ລ້ອງແມ່ນ້ຳໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ໄພນ້ຳຖ້ວມແລະໄພພິບັດຕ່າງໆ, ຈະເປັນຜົນດີຕໍ່ບັນດາປະເທດຢູ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນການນຳໃຊ້ຊັບພະຍາກອນນ້ຳໃຫ້ດີກວ່າເກົ່າ ທັງເປັນຜົນດີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ແກ້ຂໍ້ຂັດຂ້ອງລະຫວ່າງປະເທດຢູ່ຕອນເທິງ ແລະ ຕອນລຸ່ມຂອງແມ່ນ້ຳດັ່ງກ່າວ.

ເມື່ອເວົ້າເຖິງອະນາຄົດຂອງການຮ່ວມມື LM, ທ່ານ ສຈ. ຊົ້ງຊິ່ງເຣິ້ນເບິ່ງໃນແງ່ດີ, ທ່ານເຫັນວ່າ ຄຽງຄູ່ກັບການຮ່ວມມື LM ກ້າວໄປສູ່ໄລຍະການພັດທະນາຢ່າງຮອບດ້ານຈາກໄລະຂະຫຍາຍຕົວຢ່າງວ່ອງໄວ, ການຮ່ວມມື LM ຈະບໍ່ພຽງແຕ່ແກ້ໄຂບັນຫາຊັບພະຍາກອນນ້ຳ, ຍັງຈະມີຜົນດີຕໍ່ການຮັກສາຄວາມໝັ້ນຄົງແບບໃໝ່, ການພັດທະນາແບບສີຂຽວ, ການປະດິດສ້າງ ໃໝ່ດ້ານເຕັກໂນໂລຊີ ແລະໃນຂົງເຂດອື່ນໆ. ຄຽງຄູ່ກັບການຮ່ວມມືຢ່າງຮອບດ້ານລະຫວ່າງ 6 ປະເທດໄດ້ຮັບການພັດທະນາໃຫ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ການຮ່ວມມື LM ຈະເປັນ ຕົວແບບສີຄຳ ໃຫ້ແກ່ການຮ່ວມມືໃນອະນຸພາກພື້ນຢ່າງພົ້ນເດັ່ນຍິ່ງໆຂຶ້ນ.