ການສຶກສາວິຊາຊີບຂອງຈີນຊ່ວຍອົບຮົມສ້າງບຸກຄະລາກອນໃຫ້ກຳປູເຈຍ

CRI, March 19, 2024
Size:

ພິທີເປີດພາກຮຽນໃໝ່ຂອງນັກສຶກສາປະລິນຍາຕີງວດທຳອິດຂອງມະຫາວິທະຍາໄລວິທະຍາສາດເຕັກນິກທີ່ນຳໃຊ້ກຳປູເຈຍ-ຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ. ນາງ ເມີ້ງເມີຍເມີຍ ແລະນັກສຶກສາໃໝ່ອີກ 9 ຄົນໄດ້ຂຶ້ນເວທີຮັບໃບຍ້ອງຍໍພ້ອມດ້ວຍທຶນການສຶກສານັກສຶກສາດີເດັ່ນ ແລະຈະເລີ່ມການຮຽນວິຊາການຄ້າເອເລັກໂຕຣນິກຢູ່ມະຫາວິທະຍາໄລວິທະຍາສາດເຕັກນິກທີ່ນຳໃຊ້ກຳປູເຈຍ-ຈີນ.

   ມະຫາວິທະຍາໄລວິທະຍາສາດເຕັກນິກທີ່ນຳໃຊ້ກຳປູເຈຍ-ຈີນແມ່ນມະຫາວິທະຍາໄລເຕັກນິກວິຊາຊີບອຸດສາຫະກຳນານກິ່ງຈີນແລະສະພາມົນຕີກຳປູເຈຍ-ຈີນຂອງກຳປູເຈຍຮ່ວມມືກັນສ້າງຂຶ້ນ,ໄດ້ເປີດປ້າຍໃນເດືອນທັນວາປີ 2023, ແມ່ນມະຫາວິທະຍາໄລເຕັກນິກທີ່ນຳໃຊ້ຢູ່ຕ່າງປະເທດແຫ່ງທຳອິດໃນດ້ານການສຶກສາວິຊາຊີບຂອງຈີນ ແລະໄດ້ດຳເນີນການສຶກສາຊັ້ນປະລິນຍາຕີ,ນັກສຶກສາສາມາດໄດ້ຮັບໃບຢັ້ງຢືນການສຶກສາຊັ້ນປະລິນຍາຕີແລະໃບປະກາດສະນີຍະບັດຈົນຊັ້ນປະລິນຍາຕີຈາກສອງປະເທດຈີນແລະກຳປູເຈຍໄດ້ໃນເວລາດຽວກັນ.