ປີ 2023, ຫົວໜ່ວຍທຸລະກິດການຄ້າຕ່າງປະເທດຂອງຈີນມີຫຼາຍກວ່າ 6 ແສນຫົວໜ່ວຍເປັນເທື່ອທໍາອິດ

CRI, March 19, 2024
Size:

   ກົມໃຫຍ່ດ່ານພາສີຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ຫົວໜ່ວຍທຸລະກິດການຄ້າຕ່າງປະເທດທີ່ມີການບັນທຶກນໍາເຂົ້າ ແລະ ສົ່ງອອກຂອງຈີນໄດ້ບັນລຸເຖິງ 645.000 ຫົວໜ່ວຍ, ຫຼາຍກວ່າ 600.000 ຫົວໜ່ວຍເປັນເທື່ອທໍາອິດ. ພ້ອມດຽວກັນນີ້, ດ່ານພາສີໃນທົ່ວປະເທດໄດ້ນໍາໃຊ້ມາດຕະການແບບອັດສະລິຍະເພື່ອເພີ່ມປະສິດທິພາບໃຫ້ກັບການປະຕິບັດງານຢູ່ກັບບ່ອນ, ການຄຸ້ມຄອງ ແລະ ປະເມີນຜົນ ກໍຄືການຕັດສິນນະໂຍບາຍຕາມຫຼັກວິທະຍາສາດ ເພື່ອຊ່ວຍຍົກລະດັບຄວາມເຂັ້ມແຂງຂອງຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃຫ້ສູງຂຶ້ນກໍຄືຊ່ວຍວິສາຫະກິດຫຼຸດຕົ້ນທຶນ ແລະ ຍົກສູງປະສິດທິພາບ.

   ຜູ້ຮັບຜິດຊອບຂອງກົມໃຫຍ່ດ່ານພາສີຈີນແຈ້ງໃຫ້ຮູ້ວ່າ: ວິສາຫະກິດໃນຖານະທີ່ເປັນຫົວໜ່ວຍທຸລະກິດນັ້ນ, ເປັນກໍາລັງຕົ້ນຕໍກໍຄືແຫຼ່ງແຮງຂັບເຄື່ອນຂອງການພັດທະນາເສດຖະກິດ. ດ່ານພາສີໃນທົ່ວປະເທດຈະສຸມຄວາມພະຍາຍາມເສີມຂະຫຍາຍບົດບາດຂອງດ່ານພາສີແບບອັດສະລິຍະໃນການໃຫ້ບໍລິການກັບວິສາຫະກິດ ເພື່ອເຮັດໃຫ້ວິສາຫະກິດມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ ແລະ ມີຄວາມເພີ່ງພໍໃຈຫຼາຍກວ່າເກົ່າ. ໜຶ່ງ: ຊຸກຍູ້ໃຫ້ການບໍລິການມີຄວາມສະດວກກວ່າເກົ່າ. ລົງເລິກການສ້າງ “ປ່ອງບໍລິການດຽວ” ດ້ານການຄ້າສາກົນຢ່າງຕໍ່ເນື່ອງ, ປັບປຸງກົນໄກເຮັດວຽກ “ແບບປະຕູດຽວ” ໃຫ້ສົມບູນຂຶ້ນຕື່ມອີກ. ສອງ: ຊຸກຍູ້ການຈໍລະຈອນສິນຄ້າໃຫ້ມີປະສິດທິພາບກວ່າເກົ່າ; ສາມ: ຊຸກຍູ້ການຄຸ້ມຄອງດ່ານພາສີໃຫ້ມີຄວາມອັດສະລິຍະກວ່າເກົ່າ.