"ບໍ່ນ້ຳໃສ" ປາກົດຕົວຂຶ້ນປານເຫັດຍາມຝົນໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

lmcchina.org, March 18, 2024
Size:

ໃນປີ 2021 ໂຄງການທົດລອງແຫຼ່ງນໍ້າທີ່ລິເລີ່ມໂດຍປະເທດຈີນໄດ້ຮັບການຈັດຕັ້ງປະຕິບັດຢູ່ບ້ານຫາດຄີບ ແຂວງຫຼວງພະບາງ ສປປ ລາວ ເຊິ່ງໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນປະມານ 2.000 ຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ. ກ່ອນນີ້, ບ້ານດັ່ງກ່າວເຄີຍໄດ້ຮັບຜົນກະທົບຫຼາຍຈາກການຂາດເຂີນແຫຼ່ງນ້ຳ, ເຊິ່ງເຮັດໃຫ້ຊາວບ້ານມັກຕິດພະຍາດຖອກທ້ອງ, ປວດຮາກ ແລະ ເປັນພະຍາດອື່ນໆຍ້ອນໄດ້ກິນນ້ຳບໍ່ສະອາດ.

ຕາມຜົນການສຳຫຼວດໂຄງການທົດລອງແຫຼ່ງນໍ້າໃນເວລານັ້ນ ກໍຄືປີ 2021, ຫຼາຍກວ່າ 92% ຂອງປະຊາຊົນທ້ອງຖິ່ນເຫັນວ່າ ການປະຕິບັດໂຄງການດັ່ງກ່າວມີຄວາມຈຳເປັນທີ່ສຸດ. ນາຍບ້ານຫາດຄີບ ກໍໄດ້ສະແດງວ່າ ເພິ່ນເອງກໍໄດ້ຮັບຮູ້ເຖິງຄວາມສຳຄັນຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ດ້ານຊັບພະຍາກອນນ້ຳ ແລະ ໄດ້ຮັບຄວາມອົບອຸ່ນຈາກປະເທດຈີນຜ່ານການປະຕິບັດໂຄງການດັ່ງກ່າວ.

ໂຄງການລົດທອງແຫຼ່ງນ້ຳຢູ່ບ້ານຫາດຄີບເປັນພຽງແຕ່ໜຶ່ງຕົວຢ່າງ ຂອງ “ໂຄງການນໍ້າສະອາດ LM” ເຊິ່ງເປັນສ່ວນປະກອບອັນສໍາຄັນຂອງການຮ່ວມມືດ້ານຊັບພະຍາກອນນ້ຳພາຍໃຕ້ກົນໄກການຮ່ວມມື LM.

ທ່ານ ໂຈ່ຈື້ເຫວີຍ (Zhou Zhiwei) ຫົວໜ້າສູນຮ່ວມມືດ້ານຊັບພະຍາກອນນ້ຳ LM ໄດ້ກ່າວວ່າ ໃນຖານະເປັນໜຶ່ງໃນບັນດາຂົງເຂດບຸລິມະສິດຂອງການຮ່ວມມື LM, ການຮ່ວມມືດ້ານຊັບພະຍາກອນນ້ຳ LM ໄດ້ສ້າງໝາກຜົນທີ່ພົ້ນເດັ່ນເປັນຈໍານວນຫຼາຍ. ກ່ອນອື່ນ, ຂອບການຮ່ວມມືໄດ້ຮັບການບູລະນະສົມບູນຂຶ້ນເທື່ອລະກ້າວ ເຊິ່ງຮອດປັດຈຸບັນນີ້, ໄດ້ຈັດກອງປະຊຸມລັດຖະມົນຕີ 1 ຄັ້ງ, ກອງປະຊຸມເວທີປຶກສາຫາລືກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ 3 ຄັ້ງ, ກອງປະຊຸມໜ່ວຍງານວິຊາການກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ 4 ຄັ້ງ ກັບກອງປະຊຸມພິເສດ 16 ຄັ້ງ ເຊິ່ງໄດ້ຊຸກຍູ້ໃຫ້ການຮ່ວມມືດ້ານຊັບພະຍາກອນນໍ້າດໍາເນີນໄປເປັນຢ່າງດີ. ທີສອງ, ການຮ່ວມມືທີ່ຕິດແທດຕົວຈິງໄດ້ສ້າງໝາກຜົນທີ່ເດັ່ນຊັດ. ໂດຍນຳໃຊ້ທຶນສະໜັບສະໜູນຈາກລັດຖະບານຈີນ, ໂຄງການສາທິດທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ 50 ກວ່າໂຄງການໄດ້ຮັບການຈັດຕັ້ງປະຕິບັດຢູ່ 5 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ ເຊິ່ງກວມລວມເຖິງຫຼາຍຂົງເຂດ ເຊັ່ນ ຄວາມປອດໄພໃນການສະໜອງນ້ຳຢູ່ຊົນນະບົດ, ການບໍລິຫານຢ່າງສັງລວມຕໍ່ເຂດລ້ອງແມ່ນ້ຳນ້ອຍໃຫ້ສະອາດ, ການຕິດຕາມກວດກາຄວາມປອດໄພຂອງເຂື່ອນ, ການຕິດຕາມກວດກາດ້ານອຸທົກກະສາດ ເປັນຕົ້ນ ອັນໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຈຳນວນຫຼວງຫຼາຍ. ຕົວຢ່າງໂຄງການນ້ຳສະອາດ ໄລຍະ 1 ແມ່ນດໍາເນີນຢູ່ 3 ປະເທດ ຄື ປະເທດລາວ, ກຳປູເຈຍ ແລະ ມຽນມາ ແຕ່ປີ 2020 ຫາ 2022 ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກຕ່າງໆ ເຊັ່ນ ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງນໍ້າຍາກ, ໃນການເກັບກຳ ແລະ ກັ່ນຕອງນ້ຳຝົນໃຫ້ສະອາດ ແລະບັນຫາແຫຼ່ງນ້ຳທີ່ບໍ່ໄດ້ຂ້າເຊື້ອພະຍາດ ເປັນຕົ້ນ.

ອີງຕາມບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນ້ຳ LM 5 ປີ (2018-2022), ຮອດປີ 2022, ໂຄງການນ້ຳສະອາດ ໄລຍະ 1 ໄດ້ສ້າງສຳເລັດຈຸດໂຄງການສາທິດການສະໜອງນ້ຳຢ່າງລວມສູນຢູ່ 8-9 ແຫຼ່ງ ແລະ ໄດ້ສ້າງສໍາເລັດຈຸດໂຄງການສາທິດການສະໜອງນ້ຳແບບກະແຈກກະຈາຍຢູ່ 54 ແຫຼ່ງ ໂດຍມີປະຊາກອນຮັບຜົນປະໂຫຍດຫຼາຍກວ່າ 10.000 ຄົນ.

ເພື່ອປະສານງານ ແລະ ຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳໃນພາກພື້ນດັ່ງກ່າວຢ່າງດີກວ່າເກົ່າ, 6 ປະເທດໄດ້ຮ່ວມກັນສ້າງ ແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານຊັບພະຍາກອນນໍ້າLM 5 ປີ (2023-2027) ຂຶ້ນໃນທ້າຍປີ 2023 ເພື່ອຊຸກຍູ້ການນໍາໃຊ້ແບບຍືນຍົງ, ການຄຸ້ມຄອງ ແລະ ການາປົກປັກຮັກສາຊັບພະຍາກອນນ້ຳອີກບາດກ້າວໜຶ່ງ.

ທ່ານ ໂຈຈື້ເຫວີຍ ກ່າວວ່າ ແຜນປະຕິບັດງານສະບັບໃໝ່ຈະເປັນການຊີ້ທິດເຍືອງທາງໃຫ້ແກ່ບັນດາປະເທດ LM ໃນການຮັບມືຮ່ວມກັນກັບສິ່ງທ້າທາຍທີ່ຮຸນແຮງຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ກໍຄື ຜົນກະທົບທີ່ກ່ຽວຂ້ອງ. ການຮ່ວມມືດ້ານຊັບພະຍາກອນນ້ຳຈະເພີ່ມທະວີການປະສານງານ ແລະ ການຮ່ວມມືໃນລະດັບພາກພື້ນລ້ອງແມ່ນ້ຳ ເຊິ່ງຈະເຕົ້າໂຮມກ້ອນກຳລັງທຸກຝ່າຍ, ດຳເນີນການເຄື່ອນໄຫວຮ່ວມກັນ, ວາງແຜນເປັນເອກະພາບເພື່ອແກ້ໄຂບັນຫາໄພພິບັດທາງນ້ຳ, ບັນຫາດ້ານຊັບພະຍາກອນນ້ຳ, ສິ່ງແວດລ້ອມນ້ຳ ແລະ ລະບົບນິເວດທາງນ້ຳໃຫ້ດີ; ຈະຊຸກຍູ້ໃຫ້ທຸກຝ່າຍດຳເນີນການຮ່ວມມືຢ່າງຕິດແທດຕົວຈິງໃນຂົງເຂດຕ່າງໆ ເຊັ່ນ ການພັດທະນາ ແລະ ການນຳໃຊ້ຊັບພະຍາກອນນ້ຳ, ຄວາມປອດໄພດ້ານນ້ຳດື່ມ ເປັນຕົ້ນ ເພື່ອສະໜອງການຄ້ຳປະກັນດ້ານຄວາມປອດໄພທາງນ້ຳທີ່ແຂງແຮງໃຫ້ແກ່ການປັບປຸງຊີວິດການເປັນຢູ່ ແລະ ເພີ່ມພູນຄູນສ້າງຄວາມຜາສຸກຂອງປະຊາຊົນຢູ່ລ້ອງແມ່ນ້ຳ LM.